ຂ່າວເດັ່ນ

APEC ຮັບ​ຮອງ​ເອົາ​ກອບ​ຂໍ້​ລິ​ເລີ່ມ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ

APEC ຮັບ​ຮອງ​ເອົາ​ກອບ​ຂໍ້​ລິ​ເລີ່ມ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ

(VOVWORLD) - ບັນດາສະມາຊິກ APEC ໄດ້ຮຽກຮ້ອງໃຫ້ມານະພະຍາຍາມຮັກສາລະບົບການຄ້າຫຼາຍຝ່າຍອີງຕາມກົດໝາຍໃນສະພາບການລັດທິອາລັກຂາໃນການແລກປ່ຽນຄ້າຂາຍທົ່ວໂລກເພີ່ມຂຶ້ນ, ໃນຂະນະນັ້ນ ໄດ້ເນັ້ນໜັກວ່າ ການຫັນເປັນດີຈີຕອນ ແລະ ນະຕັດວັດກຳ ແມ່ນບັນດາກຳລັງໜູນຫຼັກແຫຼ່ງຂອງການເຕີບໂຕດ້ານເສດຖະກິດ.

ຕາມແຈ້ງການຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ທີ່ອອກໃນວັນທີ 15 ສິງຫາ ແລ້ວ, ບັນດາເຈົ້າໜ້າທີ່ຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊີຟິກ (APEC) ໄດ້ເຫັນດີເປັນເອກະພາບຮັບຮອງເອົາແຜນການກະທຳເພື່ອເພີ່ມທະວີຄວາມສາມາດຂອງບັນດາພື້ນຖານເສດຖະກິດ ໂດຍສ.ເກົາຫຼີສະເໜີ. ຕາມນັ້ນແລ້ວ, ບັນດາຂໍ້ລິເລີ່ມຄວາມຕ້ອງການສ້າງຄວາມອາດສາມາດ (CBNI) ລວມມີ 5 ຂັ້ນຕອນໃຫ້ແກ່ບັນດາພື້ນຖານເສດຖະກິດພວມພັດທະນາ APEC ໄດ້ໃຫ້ສັດຕະຍາບັນຢູ່ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງຄັ້ງທີ 3 ຂອງAPEC 2025 (SOM3) ທີ່ໄດ້ດຳເນີນຢູ່ Incheon. ຢູ່ກອງປະຊຸມ ທີ່ໄດ້ດຳເນີນໃນສອງວັນ, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ປະມານ 5.800 ຄົນທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC, ບັນດາສະມາຊິກ APEC ໄດ້ຮຽກຮ້ອງໃຫ້ມານະພະຍາຍາມຮັກສາລະບົບການຄ້າຫຼາຍຝ່າຍອີງຕາມກົດໝາຍໃນສະພາບການລັດທິອາລັກຂາໃນການແລກປ່ຽນຄ້າຂາຍທົ່ວໂລກເພີ່ມຂຶ້ນ, ໃນຂະນະນັ້ນ ໄດ້ເນັ້ນໜັກວ່າ ການຫັນເປັນດີຈີຕອນ ແລະ ນະຕັດວັດກຳ ແມ່ນບັນດາກຳລັງໜູນຫຼັກແຫຼ່ງຂອງການເຕີບໂຕດ້ານເສດຖະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.