ຂ່າວເດັ່ນ

APEC ຮຽກ​ຮ້ອງ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ຄວາ​ມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ ເພື່ອ​ອະ​ນາ​ຄົດ​ແບບ​ຍືນ​ຍົງ

APEC ຮຽກ​ຮ້ອງ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ຄວາ​ມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ ເພື່ອ​ອະ​ນາ​ຄົດ​ແບບ​ຍືນ​ຍົງ

(VOVWORLD) - ບັນດາລັດຖະມົນຕີ ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ເພີ່ມທະວີຄວາມສາມັກຄີເພື່ອຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານ

ວັນທີ 10 ສິງຫາ, ບັນດາພື້ນຖານເສດຖະກິດຂຶ້ນກັບເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ APEC ໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍ ຮຽກຮ້ອງບັນດາຄວາມມານະພະຍາຍາມເພື່ອແນໃສ່ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານຂອງພາກພື້ນ ເພື່ອຄວາມວັດທະນາຖາວອນລວມ. ຖະແຫຼງການໄດ້ຍົກອອກມາຢູ່ກອງປະຊຸມລັດຖະມົນຕີຄວາມໝັ້ນຄົງດ້ານສະບຽງອາຫານ APEC 2025 ທີ່ໄດ້ດຳເນີນໃນສອງວັນຢູ່ນະຄອນ Incheon, ຫ່າງຈາກນະຄອນຫຼວງ ເຊີອູນ (ສ.ເກົາຫຼີ) 40 ກີໂລແມັດໄປທາງທິດຕາເວັນຕົກ. ບັນດາລັດຖະມົນຕີ ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ເພີ່ມທະວີຄວາມສາມັກຄີເພື່ອຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານ ຜ່ານບັນດາລະບົບກະສິກຳ - ອາຫານທີ່ມີສະມັດຕະພາບ, ຍືນຍົງ, ກ້າແກ່ນ ແລະ ປ່ຽນແປງໃໝ່ “ເພື່ອຄວາມວັດທະນາຖາວອນຂອງປະຊາຊົນໝົດທຸກຄົນ ແລະ ລຸ້ນຄົນໃນອະນາຄົດ”. ບັນດາຜູ້ແທນກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຕໍ່ວິວັດການຂອງ APEC ເພື່ອແນໃສ່ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນໃນປີ 2030 ແລະ ສ້າງປະຊາຄົມ ອາຊີ - ປາຊີຟິກ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສັນຕິພາບໃນປີ 2040.

This site is protected by reCAPTCHA and the Google Privacy Policy and Terms of Service apply.