ຂ່າວເດັ່ນ

ASEAN Bazaar ປະ​ຈຳ ເມັກ​ຊີ​ໂກ: ແຜ່​ກະ​ຈາຍ​ສີ​ສັນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ

ASEAN Bazaar ປະ​ຈຳ ເມັກ​ຊີ​ໂກ: ແຜ່​ກະ​ຈາຍ​ສີ​ສັນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ

(VOVWORLD) - ວັນທີ 29 ພະຈິກ, ໃນບັນຍາກາດທີ່ຄຶກຄື້ນຂອງ “ງານບຸນທີ່ເຕັມໄປດ້ວຍສີສັນ, ດົນຕີ ແລະ ລົດຊາດ” ຢູ່ເມືອງ Iztapalapa, ບ່ອນທີ່ໄດ້ຮັບຖືວ່າ ແມ່ນຫົວໃຈວັດທະນະທຳຂອງນະຄອນຫຼວງ Mexico City, ຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ ໄດ້ໄຂເຫດການວັດທະນະທຳ ແລະ ອາຫານການກິນ ພາຍໃຕ້ຫົວຂໍ້ ASEAN Bazaar 2025.

ປະຊາຊົນເມືອງ Iztapalap ມາຊິມອາຫານ ຫວຽດນາມ (ພາບ:  TTXVN)

ບັນດາສະຖານທູດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ປະຈຳ ເມັກຊີໂກ ໄດ້ແນະນຳບັນດາສີສັນທີ່ເປັນເອກະລັກຂອງ ອາຊີຕາເວັນອອກສ່ຽງໃຕ້: ນັບແຕ່ຊຸດອາພອນທີ່ເປັນມູນເຊື້ອ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາເຍື່ອງອາຫານທີ່ມີລົດຊາດເປັນເອກະລັກຄື ແນມຂອງ ຫວຽດນາມ, ພັດໄທ... ໄປຄຽງຄູ່ກັນນັ້ນ, ລາຍການສະແດງສິລະປະຂອງນັກຮຽນ ໂຮງຮຽນປະຖົມ ສາທາລະນະລັດສັງຄົມນະຍົມ ຫວຽດນາມ ໄດ້ນຳເອົາຄວາມຮູ້ສຶກຕື້ນຕັນໃຈ, ຄືດັ່ງຄຳສະບາຍດີທີ່ແສນອົບອຸ່ນຈາກ Iztapalapa ຝາກເຖິງ ອາຊຽນ.  ດ້ວຍບົດບາດອັນຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ສວມບົດບາດສຳຄັນໃນຄວາມມານະພະຍາຍາມລວມຂອງ ອາຊຽນ ໃນການເພີ່ມທະວີການຮ່ວມມືກັບບັນດາປະເທດ ອາເມລິກາ ລາຕິງ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.