ຂ່າວເດັ່ນ

ໃນ​ຮອບ​ເວ​ລາ 10 ປີ​ຜ່ານ​ມາ, ການ​ຄ້າ ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊີ​ໃຕ້ ເພີ່ມ​ຂຶ້ນ​ທົບ 2 ເທົ່າ

ໃນ​ຮອບ​ເວ​ລາ 10 ປີ​ຜ່ານ​ມາ, ການ​ຄ້າ ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊີ​ໃຕ້ ເພີ່ມ​ຂຶ້ນ​ທົບ 2 ເທົ່າ

(VOVWORLD) - ໃນ 10 ປີຜ່ານມາ, ລະດັບການເຕີບໂຕດ້ານການຄ້າສະເລ່ຍແຕ່ລະປີລະຫວ່າງ ຈີນ ກັບບັນດາປະເທດ ອາຊີໃຕ້ແມ່ນປະມານ 6,3%.

ທ່າກ່ຳປັ່ນສິນຄ້າແຫ່ງໜຶ່ງຂອງ ຈີນ (ພາບ: Reuters)

  ໃນ 10 ປີຜ່ານມາ, ການຄ້າລະຫວ່າງ ຈີນ ແລະ ບັນດາປະເທດ ອາຊີໃຕ້ ໄດ້ເພີ່ມຂຶ້ນທົບ 2 ເທົ່າ, ບັນລຸເກືອບ 200 ຕື້ USD ໃນປີ 2024. ໃນບົດຖະແຫຼງຂ່າວທີ່ວັນທີ  6 ມິຖຸນາ, ທ່ານຮອງລັດຖະມົນຕີການກະຊວງການຄ້າ ຈີນ ຢຽນຕຸງ ໃຫ້ຮູ້ວ່າ ໃນ 10 ປີຜ່ານມາ, ລະດັບການເຕີບໂຕດ້ານການຄ້າສະເລ່ຍແຕ່ລະປີລະຫວ່າງ ຈີນ ກັບບັນດາປະເທດ ອາຊີໃຕ້ແມ່ນປະມານ 6,3%.

        ກໍໃນກອງປະຊຸມຖະແຫຼງຂ່າວ, ທ່ານ ຢຽນຕຸງ ໃຫ້ຮູ້ວ່າ, ງານຕະຫຼາດນັດ ຈີນ - ອາຊີໃຕ້ ຄັ້ງທີ 9 ຈະໄຂຂຶ້ນຢູ່ ຄຸນໝິງ, ຢຸຍໜານ, ຈີນ ແຕ່ວັນທີ 19 – 24 ມິຖຸນາ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແລກປ່ຽນເສດຖະກິດ ແລະ ການຄ້າສຳຄັນລະຫວ່າງ ຈີນ ແລະ ບັນດາປະເທດ ອາຊີໃຕ້ໃນປີນີ້. ປັດຈຸບັນ, ບັນດາບໍລິສັດຈາກ 54 ປະເທດ ແລະ ເຂດແຄວ້ນ ໄດ້ຈົດທະບຽນເຂົ້າຮ່ວມງານຕະຫຼາດນັດ, ລວມມີບັນດາປະເທດ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.

ບິກທ້ວນ, ນັກຂ່າວ VOV ປະຈຳ ປັກກິ່ງ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.