ຂ່າວເດັ່ນ

ຮອບ​ເຈ​ລະ​ຈາ​ຕໍ່​ໄປ​ລະ​ຫວ່າງ ອາ​ເມ​ລິ​ກາ-ອີ​ຣານ ຈະ​ຈັດ​ຂຶ້ນ​ຢູ່ ອີ​ຕາ​ລີ

ຮອບ​ເຈ​ລະ​ຈາ​ຕໍ່​ໄປ​ລະ​ຫວ່າງ ອາ​ເມ​ລິ​ກາ-ອີ​ຣານ ຈະ​ຈັດ​ຂຶ້ນ​ຢູ່ ອີ​ຕາ​ລີ

(VOVWORLD) - ວັນທີ 30 ເມສາ, ອີຣານ ປະກາດວ່າ ຮອບເຈລະຈາຕໍ່ໄປລະຫວ່າງປະເທດນີ້ ແລະ ອາເມລິກາ ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ຈະຈັດຂຶ້ນຢູ່ນະຄອນຫຼວງ ໂຣມ ຂອງ ອີຕາລີ.

(ພາບປະກອບ: Reuters)

   ກ່າວຄຳເຫັນກັບວົງການນັກຂ່າວ ຢູ່ນອກການປະຊຸມລັດຖະບານປະຈຳອາທິດ ຢູ່ນະຄອນຫຼວງ ເຕເຮຣານ, ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ເລື່ອງເລືອກເອົາ ໂຣມ ແມ່ນສະຖານທີ່ຈັດຮອບເຈລະຈາຕໍ່ໄປ ລະຫວ່າງ ອາເມລິກາ-ອີຣານ ໃນວັນທີ 3 ພຶດສະພາຈະມາເຖິງ ແມ່ນຕາມຄວາມຕັດສິນຂອງ ໂອມານ ປະເທດພວມເປັນກາງໄກ່ເກ່ຍໃຫ້ແກ່ວິວັດການເຈລະຈາ. ຮອບເຈລະຈາຈະມີການເຂົ້າຮ່ວມຂອງບັນດາຜູ້ຊ່ຽວຊານຂຶ້ນກັບອົງການພະລັງງານພະລະມານູ ອີຣານ (AEOI). ໜ້າສົນໃຈແມ່ນ, ທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ ປະກາດວ່າ ກ່ອນການປຶກສາຫາລືຢູ່ ໂຣມ ເປັນເວລາ 1 ວັນ, ວົງການເຈົ້າໜ້າທີ່ ອີຣານ ຈະຈັດການປະຊຸມກັບຜູ້ຕາງໜ້າ 3 ປະເທດ ເອີລົບ ເຂົ້າຮ່ວມ ຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ແມ່ນ: ອັງກິດ, ຝະລັ່ງ ແລະ ເຢຍລະມັນ ແຕ່ສະຖານທີ່ຈັດການປະຊຸມນີ້ ຍັງບໍ່ທັນໄດ້ປະກາດເທື່ອ.

This site is protected by reCAPTCHA and the Google Privacy Policy and Terms of Service apply.