ຂ່າວເດັ່ນ

ຮອບ​ເຈ​ລະ​ຈາ​ຕໍ່​ໄປ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ກໍ​ລະ​ກົດ

ຮອບ​ເຈ​ລະ​ຈາ​ຕໍ່​ໄປ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ກໍ​ລະ​ກົດ

(VOVWORLD) - ຮອບເຈລະຈາຕໍ່ໄປລະຫວ່າງ ລັດເຊຍ ແລະ ຢູແກຼນ ຄາດວ່າຈະຈັດຂຶ້ນໃນຕອນຄ່ຳວັນທີ 23 ກໍລະກົດ ຢູ່ນະຄອນ Istanbul, ຕວັກກີ. ເຖິງຢ່າງໃດກໍຕາມ, ບັນດາຝ່າຍທີ່ກ່ຽວຂ້ອງຍັງບໍ່ທັນຢັ້ງຢືນວັນເວລາ ແລະ ສະຖານທີ່ຢ່າງເປັນທາງການເທື່ອ.

ຄະນະຜູ້ແທນ ຢູແກຼນ ເຂົ້າຮ່ວມການເຈລະຈາກັບ ລັດເຊຍ ຢູ່ Istanbul ເມື່ອເດືອນ ພຶດສະພາ (ພາບ: Reuters)

ຕາມແຫຼ່ງຂ່າວ ຕວັກກີ ໂດຍສຳນັກຂ່າວສານ RIA Novosti ໄດ້ຄັດສະເໜີ, ຮອບເຈລະຈາຕໍ່ໄປລະຫວ່າງ ລັດເຊຍ ແລະ ຢູແກຼນ ຄາດວ່າຈະຈັດຂຶ້ນໃນຕອນຄ່ຳວັນທີ 23 ກໍລະກົດ ຢູ່ນະຄອນ Istanbul, ຕວັກກີ. ເຖິງຢ່າງໃດກໍຕາມ, ບັນດາຝ່າຍທີ່ກ່ຽວຂ້ອງຍັງບໍ່ທັນຢັ້ງຢືນວັນເວລາ ແລະ ສະຖານທີ່ຢ່າງເປັນທາງການເທື່ອ.

        ການເລືອກສະຖານທີ່ເລີ່ມມາຈາກຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານພະລາທິການ ກໍຄືຄວາມເຫັນດີຈາກທັງສອງຝ່າຍ. ຕາມການຕີລາຄາໃນເບື້ອງຕົ້ນ, ການເຈລະຈາຄັ້ງນີ້, ຄາດວ່າແມ່ນຮອບທີ 3 ທີ່ໄດ້ດຳເນີນໃນຂອບເຂດໜຶ່ງວັນ.

        ຫ້ອງວ່າການປະທານາທິບໍດີ ຕວັກກີ Recep Tayyip Erdogan ຢັ້ງຢືນວ່າ ຕວັກກີ ສືບຕໍ່ສວມບົດບາດເປັນກາງໄກ່ເກ່ຍ, ຮັບປະກັນຄວາມປອດໄພໃຫ້ແກ່ບັນດາຝ່າຍເຂົ້າຮ່ວມ, ພ້ອມທັງຫວັງວ່າ ການພົບປະຄັ້ງນີ້ ໄດ້ນຳມາເຊິ່ງໝາກຜົນອັນຕັ້ງໜ້າ, ປະກອບສ່ວນຊຸກຍູ້ການເຈລະຈາ ແລະ ຊອກຫາມາດຕະການຍາວນານໃຫ້ແກ່ການປະທະກັນ.

ນັກຂ່າວ VOV ປະຈຳ ລັດເຊຍ


This site is protected by reCAPTCHA and the Google Privacy Policy and Terms of Service apply.