ຂ່າວເດັ່ນ

ຮອບ​ເຈ​ລະ​ຈາ​ທີ​ສອງ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ ດຳ​ເນີນ​ຢູ່ UAE

ຮອບ​ເຈ​ລະ​ຈາ​ທີ​ສອງ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ ດຳ​ເນີນ​ຢູ່ UAE

(VOVWORLD) - ຮອບການເຈລະຈາຢູ່ Abu Dhabi ຈະດຳເນີນໃນວັນທີ 4 ກຸມພາ ແລະ ວັນທີ 5 ກຸມພາ, ເຊິ່ງໄດ້ຜັນຂະຫຍາຍພາຍໃຕ້ຫຼາຍຮູບແບບທີ່ແຕກຕ່າງກັນ.

ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: Sputnik/Gavriil Grigorov/REUTERS)

ວັນທີ 4 ກຸມພາ: ໂດຍຕອບສຳພາດຕໍ່ນັກຂ່າວທີ່ການຖະແຫຼງຂ່າວຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ຢັ້ງຢືນວ່າ ບັນດາວຽກງານທີ່ກ່ຽວຂ້ອງເຖິງການປຶກສາຫາລືລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ໃນຂອບເຂດກຸ່ມປຶກສາຫາລືສາມຝ່າຍ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ໄດ້ເລີ່ມຕົ້ນໃນວັນທີ 4 ກຸມພາແລ້ວ. ຕາຕະລາງການເຮັດວຽກລະອຽດ ຂອງບັນດາຄະນະປະຕິບັດງານ ຢູ່ Abu Dhabi ຈະໂດຍບັນດາຄະນະປະຕິບັດງານທີ່ພວມມີໜ້າຢູ່ ສະຫະລັດ ອາຣັບ ເອມີເລັດ (UAE) ກຳນົດໂດຍກົງ. ຮອບການເຈລະຈາຢູ່  Abu Dhabi ຈະດຳເນີນໃນວັນທີ 4 ກຸມພາ ແລະ ວັນທີ 5 ກຸມພາ, ເຊິ່ງໄດ້ຜັນຂະຫຍາຍພາຍໃຕ້ຫຼາຍຮູບແບບທີ່ແຕກຕ່າງກັນ. ກ່ອນໜ້ານັ້ນ, ການປຶກສາຫາລືສາມຝ່າຍຄັ້ງທຳອິດ ກໍ່ໄດ້ຈັດຂຶ້ນຢູ່ Abu Dhabi ໃນວັນທີ 23 ມັງກອນ ແລະ 24 ມັງກອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.