ຂ່າວເດັ່ນ

ບໍ​ລິ​ສັດ​ການ​ບິນ​ສາ​ກົນ​ໃຫ​ຍ່​ສຸດ​ໃນ​ໂລກ​ເປີດ​ຖ້ຽວ​ບິນ​ມາ​ຍັງ ດ່າ​ໜັງ

ບໍ​ລິ​ສັດ​ການ​ບິນ​ສາ​ກົນ​ໃຫ​ຍ່​ສຸດ​ໃນ​ໂລກ​ເປີດ​ຖ້ຽວ​ບິນ​ມາ​ຍັງ ດ່າ​ໜັງ

(VOVWORLD) - ບໍລິສັດການບິນ Emirates ໃຫ້ຮູ້ວ່າ ຈະເພີ່ມທະວີການປະກົດຕົວຂອງຕົນຢູ່ ອາຊີ ດ້ວຍການເປີດຖ້ຽວບິນມາຍັງ ດ່າໜັງ, ຫວຽດນາມ ອາທິດລະ 4 ຖ້ຽວ ແລະ 3 ຖ້ຽວຕໍ່ອາທິດ ໄປຍັງ ຊຽມຣຽບ, ກຳປູເຈຍ, ຜ່ານການຕໍ່ຖ້ຽວຢູ່ ບັກກອກ, ໄທ.

ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຢູ່ ດ່າໜັງ (ພາບ: VOV)

ວັນທີ 3 ມີນາ, ບໍລິສັດການບິນ Emirates ໃຫ້ຮູ້ວ່າ ຈະເພີ່ມທະວີການປະກົດຕົວຂອງຕົນຢູ່ ອາຊີ ດ້ວຍການເປີດຖ້ຽວບິນມາຍັງ ດ່າໜັງ, ຫວຽດນາມ ອາທິດລະ 4 ຖ້ຽວ ແລະ 3 ຖ້ຽວຕໍ່ອາທິດ ໄປຍັງ ຊຽມຣຽບ, ກຳປູເຈຍ, ຜ່ານການຕໍ່ຖ້ຽວຢູ່ ບັກກອກ, ໄທ. ເປັນອັນວ່າ, ດ່າໜັງ ແມ່ນສະຖານທີ່ແຫ່ງທີ 3 ຂອງ ຫວຽດນາມ ທີ່ Emirates ໄດ້ເລືອກເຟັ້ນເພື່ອຂຸດຄົ້ນຖ້ຽວບິນ, ພາຍຫຼັງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ບັດດາຖ້ຽວບິນໄປ - ມາ ດ່າໜັງ ຈະໄດ້ຮັບການຂຸດຄົ້ນໃນຕົ້ນເດືອນ ມິຖຸນາ ຈະມາເຖິງ. ຄາດວ່າ, ລາຍການຂອງບັນດາຖ້ຽວບິນນີ້ຈະໄດ້ຮັບການອອກແບບເຮັດແນວໃດເພື່ອໃຫ້ຜູ້ໂດຍສານຈາກບັນດານະຄອນໃຫຍ່ຢູ່ ເອີຣົບ, ເຊັ່ນ: ລອນດອນ, ປາຣີ, ອາມສະເຕີດາມ, ແມນແຈັດເຕີ, ມີລານ, ໂຣມ ຫຼື ບັນດານະຄອນໃຫຍ່ຢູ່ ອາເມລິກາ ໄປຍັງ ດ່າໜັງ. ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນທ່ອງທ່ຽວນະຄອນ ດ່າໜັງ, ໃຫ້ຮູ້ວ່າ:

        “ເລື່ອງບໍລິສັດການບິນ   Emirates, ບໍລິສັດການບິນ 5 ດາວ ທີ່ມີເຄື່ອງໝາຍການຄ້າ ແລະ ຄຸນນະພາບໃນທົ່ວໂລກ ເປີດຖ້ຽວບິນໂດຍກົງມາຍັງ ດ່າໜັງ ຈະເປີດໂອກາດໂຄສະນານະຄອນເຖິງ 150 ປະເທດ ແລະ ເຂດແຄວ້ນ. ສິ່ງດັ່ງກ່າວ ກໍເປີດໂອກາດເພື່ອດຶງດູດ, ຮັບໃຊ້ນັກທ່ອງທ່ຽວ, ພ້ອມດຽວກັນນັ້ນ ກໍຈະກະກຽມບັນດາເງື່ອນໄຂກຽມພ້ອມເຊື່ອມຕໍ່, ແລກປ່ຽນການຄ້າ, ດຳເນີນທຸລະກິດ ເມື່ອ ດ່າໜັງ ເປີດນຳໃຊ້ສູນການເງິນສາກົນ ແລະ ເຂດການຄ້າເສລີ”.

      


This site is protected by reCAPTCHA and the Google Privacy Policy and Terms of Service apply.