ຂ່າວເດັ່ນ

ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ງານ​ບຸນ​ອອກ​ແບບ​ປະ​ດິດ​ຄິດ​ສ້າງ ຮ່າ​ໂນ້ຍ ປີ 2023

ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ງານ​ບຸນ​ອອກ​ແບບ​ປະ​ດິດ​ຄິດ​ສ້າງ ຮ່າ​ໂນ້ຍ ປີ 2023

(VOVWORLD) - ຕອນຄ່ຳວັນທີ 19 ພະຈິກ, ຢູ່ສູນວັດທະນະທຳສິລະປະ ຕັ້ງຢູ່ເຮືອນເລກທີ 22 ຖະໜົນຮ່າງບ່ວມ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ, ຄະນະຄຸ້ມຄອງໜອງ ຮວ່ານກຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ຈັດພິທີໄຂບັນດາກິດຈະກຳຂອງງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ ປີ 2023.

ການປະກວດແຟຊັນ (ພາບ: TTXVN)

ນີ້ແມ່ນປີທີ 3 ຢ່າງລຽນຕິດ, ເມືອງ ຮວ່ານກຽມ ເຂົ້າຮ່ວມງານບຸນອອກແບບປະດິດຄິດສ້າງ ໂດຍນະຄອນ ຮ່າໂນ້ຍ ຈັດຂຶ້ນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາຂອງນະຄອນ ຮ່າໂນ້ຍ ໃນຕາໜ່າງບັນດານະຄອນປະດິດຄິດສ້າງຂອງອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO). ບັນດາການເຄື່ອນໄຫວຕອບສະໜອງງານບຸນໃນບໍລິເວນເມືອງ ຮວ່ານກຽມ ແມ່ນຫຼາຍຮູບຫຼາຍແບບ, ເຊັ່ນ: ມີເຂດວາງສະແດງ ພ້ອມດ້ວຍບັນດາລາຍການສິລະປະ, ແນະນຳພາບ ຈຸກຈີ, ສິລະປະພາບສີຂັດມັນ, ການປະກວດແຟຊັນ, ການສະແດງດົນຕີພື້ນເມືອງ ແລະ ທັນສະໄໝ…

        ເມືອງຮວ່ານກຽມ ຕິດພັນກັບປະຫວັດສາດ, ມູນເຊື້ອວັດທະນະທຳ ທັງລອງ - ຮ່າໂນ້ຍ ດ້ວຍມໍລະດົກ 190 ຢ່າງ, ໃນນັ້ນ ມີບັນດາກິດຈະກຳສະຖາປັດຕະຍາກຳວັດທະນະທຳທີ່ມີຄຸນຄ່າພົ້ນເດັ່ນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມໍລະດົກວັດທະນະທຳ ຫວຽດນາມ (23/11/2005 - 23/11/2023), ຄະນະຄຸ້ມຄອງໜອງຮວ່ານກຽມ ແລະ ຖະໜົນເກົ່າ ຮ່າໂນ້ຍ ໄດ້ສົມທົບກັບບັນດາຫົວໜ່ວຍ ແລະ ສ່ວນບຸກຄົນຈັດການເຄື່ອນໄຫວວັດທະນະທຳ ດ້ວຍຫຼາຍເຫດການ ນັບແຕ່ວັນທີ 18 ພະຈິກ ຫາວັນທີ 17 ທັນວາ 2023.

This site is protected by reCAPTCHA and the Google Privacy Policy and Terms of Service apply.