ຂ່າວເດັ່ນ

ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໃນ​ໄລ​ຍະ 80 ​ປີ

ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໃນ​ໄລ​ຍະ 80 ​ປີ

(VOVWORLD) - ໃນສານສົ່ງໄປຍັງວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ Ahmed Nadeem ເລຂານຸການໃຫຍ່ ສະມາຄົມກະຈາຍສຽງໂທລະພາບ ອາຊີ ປາຊີຟິກ (ABU), ຢັ້ງຢືນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຫວຽດນາມ ແມ່ນຄູ່ຮ່ວມມືອັນລ້ຳຄ່າຕໍ່ບັນດາຄູ່ຮ່ວມມື, ບັນດາວິທະຍຸກະຈາຍສຽງ, ໂທລະພາບໃນພາກພື້ນ.

ພາບປະກອບ: VOV

ວັນທີ 7 ກັນຍາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ (7/9/1945-7/9/2025). 80 ປີີຮ່ວມເດີນທາງພ້ອມກັບປະເທດຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ສວມບົດບາດຫຼັກແຫຼ່ງຂອງຂະແໜງກະຈາຍສຽງ ຫວຽດນາມ, ແມ່ນສະມາຊິກສຳຄັນຂອງຂະແໜງກະຈາຍສຽງໂທລະພາບໂລກ ແລະ ນັບມື້ນັບສວມບົດບາດສຳຄັນໃນສັງກາດໃໝ່, ສັງກາດບຸກບືນຂອງ ຫວຽດນາມ. ນີ້ແມ່ນການຕີລາຄາຂອງບັນດາຄູ່ຮ່ວມມື, ເພື່ອນມິດສາກົນ.

ໃນສານສົ່ງໄປຍັງວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ Ahmed Nadeem ເລຂານຸການໃຫຍ່ ສະມາຄົມກະຈາຍສຽງໂທລະພາບ ອາຊີ ປາຊີຟິກ (ABU),  ຢັ້ງຢືນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຫວຽດນາມ ແມ່ນຄູ່ຮ່ວມມືອັນລ້ຳຄ່າຕໍ່ບັນດາຄູ່ຮ່ວມມື, ບັນດາວິທະຍຸກະຈາຍສຽງ, ໂທລະພາບໃນພາກພື້ນ.

ສ່ວນຜູ້ຕາງໜ້າວິທະຍຸກະຈາຍສຽງແຫ່ງຊາດ ບູນກາຣີ ໄດ້ເນັ້ນໜັກວ່າ: ຂີດໝາຍປະຫວັດສາດ 80 ປີແຫ່ງການສ້າງຕັ້ງ ແລະ ພັດທະນາແມ່ນສິ່ງພິສູດໃຫ້ແກ່ຄວາມ ແລະ ອຸທິດສ່ວນຢ່າງບໍ່ຢຸດຢັ້ງຂອງວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ການເຄື່ອນໄຫວສື່ມວນຊົນ, ການໂອ້ລົມສົນທະນາວັດທະນະທຳ ກໍ່ຄືບົດບາດຂອງວິທະຍຸກະຈາຍສຽງ ດ້ວຍຖານະບົດບາດແມ່ນເສົາຄ້ຳຂອງຂະແໜງກະຈາຍສຽງ ຫວຽດນາມ ກໍ່ຄືສະມາຊິກສຳຄັນຂອງຂະແໜງວິທະຍຸກະຈາຍສຽງໂລກ.

ທ່ານ Neith Pheaktra ລັດຖະມົນຕີກະຊວງຖະແຫຼງຂ່າວ ລາຊະອານາຈັກ ກຳປູເຈຍ ຢັ້ງຢືນວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ສວມບົດບາດສຳຄັນໃນພື້ນຖານສື່ມວນຊົນ ຫວຽດນາມ ດ້ວຍເປົ້າໝາຍອັນສູງສົ່ງແມ່ນຮັບໃຊ້ມະຫາຊົນ. ທ່ານ Ivan Estmot ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງໂທລະພາບ ເບລາຣຸດ ໄດ້ສົ່ງຄຳອວຍພອນໄປຍັງວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ປີແຫ່ງວັນສ້າງຕັ້ງ, ທ່ານເຊື່ອໝັ້ນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ແມ່ນອົງການສື່ມວນຊົນທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະໜອງບັນດາຂໍ້ມູນພາວະວິໄສໄປຍັງມະຫາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.