ຂ່າວເດັ່ນ

ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ

ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ

(VOVWORLD) - ງານວາງສະແດງພາບຖ່າຍ ພາຍໃຕ້ຫົວຂໍ້ “ຈາກສັງກາດເອກະລາດ, ທ້ອນໂຮມປະເທດເປັນເອກະພາບ ຕະຫຼອດຮອດສັງກາດບືນຕົວຂຶ້ນຂອງຊາດ”, ໄດ້ດຳເນີນໃນວັນທີ 22 ສິງຫາ, ຢູ່ຕາແສງ ຫວູງເຕົ່າ, ນະຄອນ ໂຮ່ຈີມິນ.

ງານວາງສະແດງພາບຖ່າຍ “ຈາກສັງກາດເອກະລາດ, ທ້ອນໂຮມປະເທດເປັນເອກະພາບ ຕະຫຼອດຮອດສັງກາດບືນຕົວຂຶ້ນຂອງຊາດ" (ພາບ: VOV)

ງານວາງສະແດງໄດ້ແນະນຳບັນດາພາບຖ່າຍກ່ຽວກັບການຜັນແປຂອງບັ້ນລຸກຮື້ຂຶ້ນປະຕິບັດການດຳເນີນການປະຕິວັດເດືອນສິງຫາເມື່ອປີ 1945, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ; ໄຊຊະນະຂອງສອງບັ້ນຕໍ່ຕ້ານກູ້ຊາດຂອງຊາດ ຫວຽດນາມ.

        ກ່ອນໜ້ານັ້ນ, ວັນທີ 21 ສິງຫາ, ຢູ່ສິງກະໂປ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແນໃສ່ເຊີດຊູຂະບວນວິວັດ 80 ປີແຫ່ງການພັດທະນາຂອງ ຫວຽດນາມ.  ໃນພິທີມີການເຂົ້າຮ່ວມຂອງແຂກຖືກເຊີນສິງກະໂປ ປະມານ 500 ທ່ານ, ຄະນະທຸຕານຸທູດ, ວົງການປັນຍາຊົນ, ນັກຮຽນຮູ້, ວິສາຫະກິດ, ຜູ້ແທນປະຊາຄົມຊາວ ຫວຽດນາມ ປະຈຳຢູ່ຕ່າງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.