ຂ່າວເດັ່ນ

ບັນ​ດາ​ກິດ​ຈະ​ກຳ​ຢູ່ ງານ​ບຸນ ກາ​ເຟບວນ​ເມ​ທວດ 2027

ບັນ​ດາ​ກິດ​ຈະ​ກຳ​ຢູ່ ງານ​ບຸນ ກາ​ເຟບວນ​ເມ​ທວດ 2027

(VOVWORLD) - ພິທີໄຂຈະດຳເນີນໃນຕອນຄ່ຳວັນທີ 10 ມີນາ, ທັງໝົດມີ 20 ກິດຈະກຳຫຼັກຈະໄດ້ຈັດຂຶ້ນດ້ວຍບັນດາເນື້ອໃນຄື ວັດທະນະທຳ, ສົ່ງເສີມການຄ້າ, ກອງປະຊຸມສະເພາະຂະແໜງ ແລະ ການທ່ອງທ່ຽວ.

ທ່ານ ດ່າວໝິ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ດັກລັກ ກ່າວຄຳເຫັນ (ພາບ: VOV)

ຕາມແຜນຮ່າງງານບຸນ ກາເຟບວນມາທວດຄັ້ງທີ 10 ປີ 2027 ເຊິ່ງຄະນະກຳມະການປະຊາຊົນແຂວງ ດັກລັກໄດ້ ພິຈາລະນາໃນຕອນບ່າຍວັນທີ 2 ເມສາ, ຄາດວ່າງານບຸນໄດ້ດຳເນີນໃນວັນທີ 6 ມີນາ ຈົນຮອດວັນທີ 4 ເມສາ 2027, ດ້ວຍຫົວຂໍ້ “ບວນມາທວດ - ສະຖານທີ່ນັດພົບຂອງກາເຟໂລກ”. ຄາດວ່າ, ພິທີໄຂຈະດຳເນີນໃນຕອນຄ່ຳວັນທີ 10 ມີນາ, ທັງໝົດມີ 20 ກິດຈະກຳຫຼັກຈະໄດ້ຈັດຂຶ້ນດ້ວຍບັນດາເນື້ອໃນຄື ວັດທະນະທຳ, ສົ່ງເສີມການຄ້າ, ກອງປະຊຸມສະເພາະຂະແໜງ ແລະ ການທ່ອງທ່ຽວ. ທ່ານ ດ່າວໝິ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ດັກລັກ ໃຫ້ຮູ້ວ່າ:

ກ່ອນນີ້ງານບຸນໄດ້ຈັດຂຶ້ນໃນບໍລິເວນຮັດແຄບ, ປັດຈຸບັນ ແມ່ນໄດ້ຮັບການເປີດກວ້າງແລ້ວ, ເພາະສະນັ້ນ ຂ້າພະເຈົ້າປາດຖະໜາວ່າ ພວກເຮົາຈົ່ງຕັດສິນໃຈຈັດຕັ້ງງານບຸນໃຫ້ສົມກັບຂອບຂະໜາດ, ທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງດັກລັກ. ພວກເຮົາຖືວ່ານີ້ແມ່ນການໂຄສະນາພາບພົດຂອງ ດັກລັກ ແລະ ວິສາຫະກິດ ຂອງທ້ອງຖິ່ນ. ນີ້ແມ່ນຈຸດປະສົງພັດທະນາການທ່ອງທ່ຽວ, ແນະນຳ, ໂຄສະນາເຄື່ອງໝາຍກາເຟຂອງ ດັກລັກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.