ຂ່າວເດັ່ນ

ບັນ​ດາ​ມື​ປືນ ຮາ​ມາດລີ້​​ຕົວ​ຢູ່ Rafah ຈະ​ບໍ່​ຍອມ​ຈຳ​ນົນ

ບັນ​ດາ​ມື​ປືນ ຮາ​ມາດລີ້​​ຕົວ​ຢູ່ Rafah ຈະ​ບໍ່​ຍອມ​ຈຳ​ນົນ

(VOVWORLD) - ນັບແຕ່ເວລາຄຳສັ່ງຢຸດຍິງມີຜົນສັກສິດ ຢູ່ເຂດກາຊາໃນວັນທີ 10 ຕຸລາ, ເຂດ Rafah ໄດ້ເກີດມີການບຸກໂຈມຕີສອງຄັ້ງ ເລັ່ງໃສ່ກຳລັງ ອິດສະລາແອັນ, ເຮັດໃຫ້ນັກຮົບ3 ຄົນຂອງປະເທດນີ້ຖືກເສຍຊີວິດ.

ວັນທີ 9 ພະຈິກ, ຂະບວນການອິດສະລາມ ຮາມາດ ໄດ້ປະກາດວ່າ, ບັນດາມືປືນຂຶ້ນກັບກຳລັງນີ້ພວມລີ້ຕົວ ຢູ່ Rafah, ທາງທິດໃຕ້ເຂດກາຊາ ຈະບໍ່ອອກຍອມຈຳນົນ ຕໍ່ອິດສະລາແອັນ. ນັບແຕ່ເວລາຄຳສັ່ງຢຸດຍິງມີຜົນສັກສິດ ຢູ່ເຂດກາຊາໃນວັນທີ 10 ຕຸລາ, ເຂດ Rafah ໄດ້ເກີດມີການບຸກໂຈມຕີສອງຄັ້ງ ເລັ່ງໃສ່ກຳລັງ ອິດສະລາແອັນ, ເຮັດໃຫ້ນັກຮົບ3 ຄົນຂອງປະເທດນີ້ຖືກເສຍຊີວິດ. ອິດສະລາແອັນ ກ່າວຫາ ຮາມາດປະຕິບັດບັນດາເຫດບຸກໂຈມຕີນີ້ ແລະ ດຳເນີນການໂຕ້ຕອບເຮັດໃຫ້ຊາວປາແລັດສະຕິນນັບສິບຄົນຢູ່ທີ່ນີ້ເສຍຊີວິດ. ກອງພັນ Al-Qassam, ເຊິ່ງແມ່ນກຳລັງປະກອບອາວຸດຂອງ ຮາມາດ ໄດ້ ຖືວ່າ ອິດສະລາແອັນ ຕ້ອງມີຄວາມຮັບຜິດຊອບຕໍ່ເລື່ອງປະທະກັນກັບບັນດາມືປືນ, ເຊິ່ງແມ່ນຜູ້ຄົນທີ່ເຂົາເຈົ້າຄິດວ່າແມ່ນກຳລັງປ້ອງກັນຕົວເອງ,  ໃຫ້ຮູ້ວ່າເຂົາເຈົ້າບໍ່ຍອມຈຳນົນ, ພ້ອມທັງຮຽກຮ້ອງໃຫ້ບັນດານັກໄກ່ເກ່ຍຊອກຫາມາດຕະການເພື່ອຮັບປະກັນຄຳສັ່ງຢຸດຍິງສືບຕໍ່ໄດ້ປະຕິບັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.