ຂ່າວເດັ່ນ

ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ຕັ້ງ​ຄວາມ​ຫວັງ​ ປີ​ມະ​ໂລງ ແມ່ນ​ປີ​ສ້າງ​ຂີດ​ໝາຍ​ແກ່​ການ​ບິນ​ຂຶ້ນ​ຂອງ “ໂຕ​ມັງ​ກອນ​ຂຽວ”

ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ຕັ້ງ​ຄວາມ​ຫວັງ​ ປີ​ມະ​ໂລງ ແມ່ນ​ປີ​ສ້າງ​ຂີດ​ໝາຍ​ແກ່​ການ​ບິນ​ຂຶ້ນ​ຂອງ “ໂຕ​ມັງ​ກອນ​ຂຽວ”

(VOVWORLD) - “ຂ້າພະເຈົ້າກໍຝາກຄຳອວຍພອນປີໃໝ່ມາຍັງບັນດານັກລົງທຶນ ປີໃໝ່ມີສຸຂະພາບເຂັ້ມແຂງ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ, ມີຄວາມສຸກ ແລະ ຄວາມຈະເລີນ. ຂ້າພະເຈົ້າເຫັນວ່າ ປີນີ້ ແມ່ນປີແຫ່ງ “ໂຕມັງກອນບິນຂຶ້ນ”, ໝາຍຄວາມວ່າປີແຫ່ງຄວາມຈະເລີນ ແລະ ພັດທະນາ, ໃນນັ້ນ “ໂຕມັງກອນສີຂຽວ” ຍິ່ງມີຫຼາຍຄວາມໝາຍກວ່າອີກ, ຂ້າພະເຈົ້າຫວັງວ່າ ໃນປີນີ້ ບັນດານັກລົງທຶນລ້ວນແຕ່ມີການພັດທະນາອັນດີງາມຫຼາຍກວ່າອີກ”.

(ພາບປະກອບ: NIKKEI ASIA)

ການເຕີບໂຕສີຂຽວ, ຫັນປ່ຽນສີຂຽວ ຈະສ້າງບາດກ້າວບຸກທະລຸໃຫ້ວິສາຫະກິດ ແລະ ພື້ນຖານເສດຖະກິດ. ດັ່ງນັ້ນ, ນັກລົງທຶນຕ່າງປະເທດ ຕັ້ງຄວາມຫວັງວ່າ ປີມະໂລງ 2024 ຈະແມ່ນປີສ້າງຂີດໝາຍຕໍ່ການບິນຂຶ້ນຂອງ “ໂຕມັງກອນສີຂຽວ” ໃນພື້ນຖານເສດຖະກິດ ຫວຽດນາມ. ນີ້ແມ່ນຄຳແບ່ງປັນຂອງທ່ານ Hong Sun, ປະທານ ສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ (KoCham). ທ່ານ Hong Sun ໃຫ້ຂໍ້ສັງເກດວ່າ:

        “ຂ້າພະເຈົ້າກໍຝາກຄຳອວຍພອນປີໃໝ່ມາຍັງບັນດານັກລົງທຶນ ປີໃໝ່ມີສຸຂະພາບເຂັ້ມແຂງ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ, ມີຄວາມສຸກ ແລະ ຄວາມຈະເລີນ. ຂ້າພະເຈົ້າເຫັນວ່າ ປີນີ້ ແມ່ນປີແຫ່ງ “ໂຕມັງກອນບິນຂຶ້ນ”, ໝາຍຄວາມວ່າປີແຫ່ງຄວາມຈະເລີນ ແລະ ພັດທະນາ, ໃນນັ້ນ “ໂຕມັງກອນສີຂຽວ” ຍິ່ງມີຫຼາຍຄວາມໝາຍກວ່າອີກ, ຂ້າພະເຈົ້າຫວັງວ່າ ໃນປີນີ້ ບັນດານັກລົງທຶນລ້ວນແຕ່ມີການພັດທະນາອັນດີງາມຫຼາຍກວ່າອີກ”.

        ທ່ານປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ ເນັ້ນໜັກວ່າ ປີ 2023 ແມ່ນປີທຳອິດ ຫວຽດນາມ - ສ.ເກົາຫຼີ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ Yoon Suk  Yeol  ໃນທ້າຍເດືອນ ມິຖຸນາ ປີ 2023 ເຊິ່ງບັນລຸໄດ້ຂີດໝາຍພິເສດຫຼາຍຢ່າງ, ສ້າງໂອກາດ, ຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ອຸ່ນອ່ຽນໃຈເປີດກວ້າງການລົງທຶນ ແລະ ລົງທຶນໃໝ່ຢູ່ ຫວຽດນາມ ໃນປີນີ້ ແລະ ຊຸມປີຕໍ່ໄປ.


This site is protected by reCAPTCHA and the Google Privacy Policy and Terms of Service apply.