ຂ່າວເດັ່ນ

ບັນ​ດາ​ປະ​ເທດ ອາ​ຣັບ ສະ​ໜັບ​ສະ​ໜູນ​ແຜນ​ການ​ສ້າງ​ເຂດ ກາ​ຊາ ຄືນ​ໃໝ່​ທີ່​ມີ​ມູນ​ຄ່າ 53 ຕື້ USD ຂອງ ອີ​ຢິບ

ບັນ​ດາ​ປະ​ເທດ ອາ​ຣັບ ສະ​ໜັບ​ສະ​ໜູນ​ແຜນ​ການ​ສ້າງ​ເຂດ ກາ​ຊາ ຄືນ​ໃໝ່​ທີ່​ມີ​ມູນ​ຄ່າ 53 ຕື້ USD ຂອງ ອີ​ຢິບ

(VOVWORLD) - ວັນທີ 04 ມີນາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີປະເທດເຈົ້າພາບ Abdel – Fattah el-Sissi ຖະແຫຼງວ່າ ບັນດາປະເທດເຂົ້າຮ່ວມນັ້ນ ໄດ້ຮັບຮອງເອົາແຜນການຂອງ ອີຢິບ ກ່ຽວກັບການສ້າງເຂດ ກາຊາ ຄືນໃໝ່.

ເມື່ອກ່າວຄຳເຫັນໃນພິທີອັດກອງປະຊຸມສຸດຍອດສະຫະພັນ ອາຣັບ, ວັນທີ 04 ມີນາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີປະເທດເຈົ້າພາບ Abdel – Fattah el-Sissi ຖະແຫຼງວ່າ ບັນດາປະເທດເຂົ້າຮ່ວມນັ້ນ ໄດ້ຮັບຮອງເອົາແຜນການຂອງ ອີຢິບ ກ່ຽວກັບການສ້າງເຂດ ກາຊາ ຄືນໃໝ່. ແຜນການດັ່ງກ່າວຕ້ອງການງົບປະມານ 53 ຕື້ USD ມຸ່ງໄປເຖິງເປົ້າໝາຍສ້າງເຂດ ກາຊາ ຄືນໃໝ່ ເຊິ່ງບໍ່ຈຳເປັນຕ້ອງຍົກຍ້າບປະຊາຊົນຢູ່ແຫ່ງນີ້.

        ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານປະທານາທິບໍດີ Abdel – Fattah El-Sisi ໃຫ້ຮູ້ວ່າ ແຜນການຈະເລີ່ມຕົ້ນດ້ວຍໄລຍະຟື້ນຟູໂດຍໄວເພື່ອແກ້ໄຂບັນດາຄວາມຕ້ອງການມະນຸດສະທຳດ່ວນຢູ່ເຂດ ກາຊາ ແລະ ດຳເນີນໄລຍະສ້າງສາຄືນໃໝ່. ການນຳ ອີຢິບ ເນັ້ນໜັກວ່າ ແຜນການນີ້ຕ້ອງດຳເນີນພ້ອມກັນ ດ້ວຍເສັ້ນທາງຈະແຈ້ງທີ່ມຸ່ງໄປເຖິງສັນຕິພາບ, ລວມທັງທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ໃນນັ້ນ ບັນດາປະເທດໃນພາກພື້ນເຂົ້າຮ່ວມດ້ວຍການໜູນຊ່ວຍຂອງປະຊາຄົມສາກົນ ເພື່ອບັນລຸໄດ້ມາດຕະການຍຸຕິທຳ ແລະ ຮອບດ້ານ ໃຫ້ແກ່ບັນຫາ ປາແລັດສະຕິນ. ທ່ານ El-Sisi ໃຫ້ຮູ້ວ່າ ພ້ອມກັບການຮ່ວມມືຂອງ ປາແລັດສະຕິນ, ອີຢິບ ໄດ້ສ້າງຕັ້ງຄະນະກຳມະການບໍລິຫານ ລວມມີບັນດານັກຊ່ຽວຊານ ແລະ ນັກປົກຄອງ ປາແລັດສະຕິນ ເອກະລາດ ເພື່ອຕິດຕາມກວດກາການເຄື່ອນໄຫວຊ່ວຍບັນເທົ່າທຸກຢູ່ເຂດ ກາຊາ ແລະ ຄຸ້ມຄອງເຂດດິນແດນນີ້ຊົ່ວຄາວ ເພື່ອກະກຽມໃຫ້ແກ່ເລື່ອງອຳນາດການປົກຄອງ ປາແລັດສະຕິນ ກັບຄືນເຂດ ກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.