ຂ່າວເດັ່ນ

ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ເຂົ້າ​ເຂດ​ກາ​ຊາ

ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ເຂົ້າ​ເຂດ​ກາ​ຊາ

(VOVWORLD) - ບັນດາປະເທດອາຣັບ ແລະ ເອີລົບ ສືບຕໍ່ຜັນຂະຫຍາຍ ຄວາມມານະພະຍາຍາມຂົນສົ່ງເຄື່ອງຊ່ວຍເຫຼືອດ່ວນເຂົ້າເຂດກາຊາຕື່ມອີກ.

ເຄື່ອງຊ່ວຍເຫຼືອມະນຸດສະທຳປ່ອຍລົງຢູ່ເຂດກາຢາ (ພາບ: THX/TTXVN)

ແຈ້ງການຂອງກຳລັງປ້ອງກັນປະເທດ ອິດສະລາແອັນ (IDF) ໃຫ້ຮູ້ວ່າ ໃນວັນທີ 6 ສິງຫາ, ເຮືອບິນ ຂອງ 5 ປະເທດລວມມີ: UAE, ຈໍແດນ, ເຢຍລະມັນ, ແບນຊິກ ແລະ ຝລັ່ງ ໄດ້ປ່ອຍເຄື່ອງຊ່ວຍເຫຼືອ ກ່ວາ 100 ແກັດໃຫຍ່, ທີ່ມີກັບທັນຍາຫານ 100 ໂຕນ ລົງເຂດກາຊາ. ນັບແຕ່ວັນທີ 26 ກໍລະກົດ ມາຮອດປັດຈຸບັນ, 9 ປະເທດໃນພາກພື້ນລວມທັງ ພາກຕາເວັນອອກກາງ, ເອີລົບ ແລະ ອາເມລິກາເໜືອ ໄດ້ປ່ອຍເຄື່ອງຊ່ວຍເຫຼືອມະນຸດສະທຳເກືອບ 900 ແກັດໃຫຍ່ລົງເຂດກາຊາ. ແລະກໍ່ໃນວັນທີ 6 ສິງຫາ, ເອຢິບ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອຄັ້ງທີ 9 ລວມມີລົດຂົນສົ່ງນັບສິບຄັນ ເຂົ້າເຂດກາຊາ. ເຄື່ອງຊ່ວຍເຫຼືອລວມມີທັນຍາຫານທີ່ຈຳເປັນ ແລະ ບັນດາຜະລິດຕະພັນເຄື່ອງໃຊ້ສ່ວນຕົວໃຫ້ແກ່ຊາວປາແລັດສະຕິນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.