ຂ່າວເດັ່ນ

ບັນ​ດາ​ປະ​ເທດ EU ຕົກ​ລົງ​ເປັນ​ເອ​ກະ​ພາບ​ຢຸດ​ຕິ​ການ​ນຳ​ເຂົ້າ​ອາຍ​ແກັດ​ຈາກ ລັດ​ເຊຍ ໃນ​ທ້າຍ​ປີ 2027

ບັນ​ດາ​ປະ​ເທດ EU ຕົກ​ລົງ​ເປັນ​ເອ​ກະ​ພາບ​ຢຸດ​ຕິ​ການ​ນຳ​ເຂົ້າ​ອາຍ​ແກັດ​ຈາກ ລັດ​ເຊຍ ໃນ​ທ້າຍ​ປີ 2027

(VOVWORLD) - EU ຢາກຜ່ານການຢຸດຕິຊື້ອາຍແກັດຂອງ ລັດເຊຍ ເພື່ອສະກັດກັ້ນແຫຼ່ງການເງິນສຳຄັນຂອງປະເທດນີ້.

(ພາບປະກອບ:  REUTERS/Dado Ruvic)

ວັນທີ 20 ຕຸລາ, ບັນດາປະເທດສະມາຊິກສະຫະພາບເອີຣົບ (EU) ໄດ້ຕົກລົງເປັນເອກະພາບຢຸດຕິການນຳເຂົ້າອາຍແກັດຈາກ ລັດເຊຍ ໃນທ້າຍປີ 2027, ພ້ອມທັງຢຸດຕິການຂຶ້ນກັບພະລັງງານຂອງ ລັດເຊຍ ໃນສະພາບການສົງຄາມຢູ່ ຢູແກຼນ ພວມແກ່ຍາວ. ໃນການປະຊຸມຢູ່ Luxembourg, ບັນດາລັດຖະມົນຕີກະຊວງພະລັງງານຂອງ EU ໄດ້ຮັບຮອງເອົາແຜນການຂອງຄະນະກຳມະການເອີຣົບ (EC) ເພື່ອແນໃສ່ປັດເຂ່ຍແຫຼ່ງສະໜອງອາຍແກັດຂອງ ລັດເຊຍ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວຕ້ອງມີການໃຫ້ສັດຕະຍາບັນຂອງລັດຖະສະພາເອີຣົບ (EP).

ແດນມາກ, ປະເທດທີ່ດຳລົງບົດບາດເປັນປະທານໝູນວຽນ EU ຮອດທ້າຍປີ 2025, ຫວັງວ່າ EP ຈະ ຮັບຮອງເອົາຂໍ້ຕົກລົງນີ້ ກ່ອນປີໃໝ່. EU ຢາກຜ່ານການຢຸດຕິຊື້ອາຍແກັດຂອງ ລັດເຊຍ ເພື່ອສະກັດກັ້ນແຫຼ່ງການເງິນສຳຄັນຂອງປະເທດນີ້. ໃນ EU ມີ 2 ປະເທດ ສະໂລວາກີ ແລະ ຮຸງກາຣີ ແມ່ນຂຶ້ນກັບແຫຼ່ງອາຍແກັດ ລັດເຊຍ ຫຼາຍທີສຸດ ແລະ ຄັດຄ້ານມາດຕະການນີ້ ແຕ່ປັດຈຸບັນ ຍາກທີ່ຈະປະຕິເສດຄວາມຕັດສິນໃຈລວມຂອງທັງກຸ່ມນີ້ໄດ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.