ຂ່າວເດັ່ນ

ບັນ​ດາ​ປະ​ເທດ NATO ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ເງິນ​ຈຳ​ນວນກວ່າ 21 ຕື້ USD ໃຫ້​ແກ່ ຢູ​ແກຼນ

ບັນ​ດາ​ປະ​ເທດ NATO ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ເງິນ​ຈຳ​ນວນກວ່າ 21 ຕື້ USD ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ວັນທີ 02 ເມສາ, ທ່ານ Mark Rutte ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໃຫ້ຮູ້ວ່າ ບັນດາປະເທດສະມາຊິກໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍດ້ານການທະຫານ ທີ່ມີມູນຄ່າກວ່າ 20 ຕື້ ເອີໂຣ (21,65 ຕື້ USD) ໃຫ້ແກ່ ຢູແກຼນ ໃນ 3 ເດືອນຕົ້ນປີ.

ທ່ານເລຂາທິການໃຫຍ່ NATO Mark Rutte (ພາບ: Kyodo/TTXVN)

        ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ນະຄອນ ບຣຸກແຊນ (ແບນຊິກ), ທ່ານເລຂາທິການໃຫຍ່ NATO ຢັ້ງຢືນວ່າ ກອງບັນຊາການຂອງສຳພັນທະມິດ ຢູ່ Wisebaden ຍັງສືບຕໍ່ປະສານງານເລື່ອງສະໜອງການຊ່ວຍເຫຼືອດ້ານຄວາມໝັ້ນຄົງ ແລະ ບຳລຸງສ້າງໃຫ້ແກ່ ຢູແກຼນ. ໃນລະຫວ່າງວັນທີ 3 – 4 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດສະມາຊິກ NATO ໄດ້ໂຮມປະຊຸມຢູ່ນະຄອນ ບຣຸກແຊນ ເພື່ອປຶກສາຫາລືກ່ຽວກັບການໜູນຊ່ວຍ ຢູແກຼນ ເພີ່ມເຕີມ.

        ບັນດາການກະທຳໜູນຊ່ວຍ Kiev ຂອງເອີຣົບ ພວມນັບມື້ນັບເຂັ້ມແຂງກວ່າ ພາຍຫຼັງທີ່ມີສັນຍາກ່ຽວກັບການດັດປັບນະໂຍບາຍພົວພັນຕ່າງປະເທດຂອງ ອາເມລິກາ ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ Donald Trump, ດ້ວຍການຫຍັບເຂົ້າໃກ້ລັດເຊຍ ກໍຄື ຫັນຈຸດສຸມຈາກ ເອີຣົບ ໄປຍັງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ໃນຂະນະນັ້ນ, ລັດເຊຍ ຍາມໃດກໍຄັດຄ້ານເລື່ອງບັນດາປະເທດຝ່າຍຕາເວັນຕົກ ໜູນຊ່ວຍໃຫ້ແກ່ Kiev, ໂດຍຖືວ່າ ນີ້ແມ່ນການກະທຳເຮັດໃຫ້ເພີ່ມທະວີການປະທະກັນ ແລະ ເກາະຜິດກັບ ຢູແກຼນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.