ຂ່າວເດັ່ນ

ບັນ​ດາ​ປະ​ເທດ​ຊົມ​ເຊີຍ​ຄວາມ​ຄືບ​ໜ້າ​ພາຍຫຼັງ​ກອ​ງ​ປະ​ຊຸມກ່ຽວ​ກັບ​ບັນ​ຫາ​ຢູ​ແກຼນ ທີ່​ຈັດ​ຂຶ້ນ​ຢູ່ ເຊີ​ແນວ

ບັນ​ດາ​ປະ​ເທດ​ຊົມ​ເຊີຍ​ຄວາມ​ຄືບ​ໜ້າ​ພາຍຫຼັງ​ກອ​ງ​ປະ​ຊຸມກ່ຽວ​ກັບ​ບັນ​ຫາ​ຢູ​ແກຼນ ທີ່​ຈັດ​ຂຶ້ນ​ຢູ່ ເຊີ​ແນວ

(VOVWORLD) - ຫຼາຍການນຳ ແລະ ເຈົ້າໜ້າທີ່ EU ຮັບຮູ້ຄວາມຄືບໜ້າຈາກກອງປະຊຸມ ອາເມລິກາ - ຢູແກຼນ ຢູ່ ເຊີແນວ ໃນທ້າຍອາທິດຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean – Noel Barrot ພັນລະນາການປຶກສາຫາລືດັ່ງກ່າວວ່າ “ມີປະໂຫຍດ ແລະ ສ້າງສັນ”.

ຄະນະຜູ້ແທນ ອາເມລິກາ ແລະ ຢູແກຼນ ໃນການເຈລະຈາຢູ່ເຊີແນວ, ປະເທດສະວິດ ໃນວັນທີ 23/11/2025 (ພາບ: REUTERS/Emma Farge)

ວັນທີ 24 ພະຈິກ, ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນຄືນຄວາມເອົາໃຈໃສ່ຂອງ ມົດສະກູ ຕໍ່ມາດຕະການການເມືອງ ແລະ ການທູດໃຫ້ແກ່ວິກິດການ ຢູແກຼນ; ພ້ອມທັງເນັ້ນໜັກວ່າ ບັນດາຂໍ້ສະເໜີໃນປັດຈຸບັນຂອງ ອາເມລິກາ ກ່ຽວກັບ ຢູແກຼນ ອາດຈະສ້າງພື້ນຖານໃຫ້ແກ່ມາດຕະການໜຶ່ງ. ທ່ານປະທານາທິບໍດີ ຕວັກກີ ເນັ້ນໜັກວ່າ ທ່ານພ້ອມແລ້ວທີ່ສະໜອງການຊ່ວຍເຫຼືອກ່ຽວຂ້ອງເຖິງ ຢູແກຼນ ແລະ ສ້າງພື້ນຖານໃຫ້ແກ່ການເຈລະຈາຢູ່  Istanbul.

        ຈາກ ເອີຣົບ, ຫຼາຍການນຳ ແລະ ເຈົ້າໜ້າທີ່ EU ຮັບຮູ້ຄວາມຄືບໜ້າຈາກກອງປະຊຸມ ອາເມລິກາ - ຢູແກຼນ ຢູ່ ເຊີແນວ ໃນທ້າຍອາທິດຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean – Noel Barrot ພັນລະນາການປຶກສາຫາລືດັ່ງກ່າວວ່າ “ມີປະໂຫຍດ ແລະ ສ້າງສັນ”.

        ໃນຂະນະນັ້ນ, ວັນທີ 24 ພະຈິກ, ສຳນັກຂ່າວ Bloomberg  ໄດ້ໃຫ້ຂ່າວວ່າ ປັດຈຸບັນ ອາເມລິກາ ຄັດຄ້ານການຈັດການເຈລະຈາສາມຝ່າຍກັບຜູ້ຕາງໜ້າເອີຣົບ ແລະ ກີແອັບ ຄືເປັນສ່ວນໜຶ່ງໃນວິວັດທະນາການແກ້ໄຂບັນຫາ ຢູແກູນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.