ຂ່າວເດັ່ນ

ບັນ​ດາ​ຜະ​ລິດ​ຕະ​ພັນ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ງານ​ຕະຫຼາດ​ນັດ​ວາງ​ສະ​ແດງ​ສາ​ກົນ ກ່ຽວ​ກັບ​ເຄື່ອງ​ເຟີ​ນີ​ເຈີ ແລະ ສິ​ລະ​ປະ​ຫັດ​ຖະ​ກຳ ປາ​ຣີ 2025

ບັນ​ດາ​ຜະ​ລິດ​ຕະ​ພັນ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ງານ​ຕະຫຼາດ​ນັດ​ວາງ​ສະ​ແດງ​ສາ​ກົນ ກ່ຽວ​ກັບ​ເຄື່ອງ​ເຟີ​ນີ​ເຈີ ແລະ ສິ​ລະ​ປະ​ຫັດ​ຖະ​ກຳ ປາ​ຣີ 2025

(VOVWORLD) - ຢູ່ນະຄອນຫຼວງ ປາຣີ (ຝລັ່ງ) ພວມດຳເນີນງານຕະຫຼາດນັດວາງສະແດງສາກົນກ່ຽວກັບເຄື່ອງເຟີນີເຈີ ແລະ ສິລະປະຫັດຖະກຳປີ 2025. ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງກວ່າ 2.000 ເຄື່ອງໝາຍການຄ້າ ທີ່ມາຈາກ 145 ປະເທດ ແລະ ເຂດແຄວ້ນ.

 ບັນດາຜູ້ແທນມາຢ້ຽມຊົມຮ້ານວາງສະແດງ  (ພາບ: VOV)

ເຂົ້າຮ່ວມງານຕະຫຼາດນັດ, 35 ວິສາຫະກິດ ຫວຽດນາມ ໄດ້ວາງສະແດງ, ແນະນຳບັນດາຜະລິດຕະພັນທີ່ຫຼາຍຮູບຫຼາຍແບບ, ໃນຫຼາຍຂົງເຂດຄື: ຕົບແຕ່ງພາຍໃນ, ຕົບແຕ່ງພາຍນອກ, ສິລະປະຫັດຖະກຳ. ເຂດວາງສະແດງແຫ່ງຊາດ ຫວຽດນາມ (Vietnam Pavilion) ສ້າງຈຸດເນັ້ນໜັກດຶງດູດແຂກມາທ່ຽວຊົມດ້ວຍການອອກແບບທີ່ທັນສະໄໝ, ຈັບອົກຈັບໃຈ, ສ້າງຂີດໝາຍຫຼາຍຢ່າງ. ເຫດການ, ທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ເນັ້ນໜັກວ່າ:

        “ໃນງານຕະຫຼາດນັດ, ບັນດາສີສັນ ຫວຽດນາມ ທີ່ນຳມາວາງສະແດງແມ່ນມີຄວາມເປັນເອກະລັກສະເພາະ ແລະ ສ່ອງແສງໄດ້ຄຸນລັກສະນະພິເສດຂອງຈິດໃຈ ຫວຽດນາມ, ຂອງແບບວິຖີ ຫວຽດນາມ ກໍຄືການເຊື່ອມໂຍງຂອງ ຫວຽດນາມ ກັບສະພາບແວດລ້ອມດຳເນີນທຸລະກິດສາກົນ. ພວກຂ້າພະເຈົ້າຖືວ່າ ນີ້ກໍແມ່ນຂອງຂວັນພິເສດທີ່ສຸດເພື່ອສະແດງຄວາມບືນຕົວຂຶ້ນຂອງ ຫວຽດນາມ, ພາດພົດ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອດ 80 ປີ”.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.