ຂ່າວເດັ່ນ

ບັນ​ດາ​ທ້ອງ​ຖິ່ນ​ຮີບ​ດ່ວນ​ຮັບ​ມື​ກັບ ພາ​ຍຸ Bualoi

ບັນ​ດາ​ທ້ອງ​ຖິ່ນ​ຮີບ​ດ່ວນ​ຮັບ​ມື​ກັບ ພາ​ຍຸ Bualoi

(VOVWORLD) - ເພື່ອແນໃສ່ຮັບມືກັບພາຍຸ Bualoi, ບັນດາທ້ອງຖິ່ນທາງທິດເໜືອພາກກາງ ແລະ ພາກກາງ ພວມຮີບດ່ວນຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ກິດຈະກຳ.

ພາບປະກອບ: VOV

ຢູ່ດ່ານັ້ງ, ນະຄອນດ່ານັ້ງ ໄດ້ປະກາດໃຊ້ຄຳສັ່ງຫ້າມອອກໄປທະເລ ນັບແຕ່ຕອນເຊົ້າວັນທີ 27 ກັນຍາ. ທະຫານປ້ອງກັນຊາຍແດນ ໄດ້ຍິງປຶນແຈ້ງ, ຕິດຕໍ່ກັບເຮືອກ່ວາ 250 ລຳ ແລະ ຜູ້ອອກແຮຮງານກວ່າ 3.800 ທີ່ກັບໄປຍັງບ່ອນປອດໄພ. ຢູ່ແທັງຮວາ, ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ ກໍ່ອົບພະຍົບອອກຈາກເຂດມີຄວາມສ່ຽງດິນເຊາະເຈື່ອນເມື່ອເກີດພາຍຸຝົນຕົກ ໄປຍັງເຂດປອດໄພ. ຕາມຫ້ອງການຄະນະຊີ້ນຳປ້ອງກັນແຫ່ງຊາດ, ທະຫານປ້ອງກັນຊາຍແດນບັນດາແຂວງ, ນະຄອນ ແຄມທະເລຈາກ ກ໋ວາງນິງ ຮອດ ເລິມດົງ ໄດ້ສົມທົບກັບທ້ອງຖິ່ນ, ຄອບຄົວເຈົ້າຂອງກຳປັ່ນ, ກາບຕັນ ແຈ້ງການ, ກວດນັບ, ແນະນຳໃຫ້ພາຫະນະເກືອບ 68.000 ລຳດ້ວຍຄົນກ່ວາ 286.000 ຄົນຮັບຊາບກ່ຽວກັບການຜັນແປ, ທິດເດີນຂອງພາຍຸ Bualoi ເພື່ອເປັນເຈົ້າການໃນການເຄື່ອນຍ້າຍອອກຈາກເຂດອັນສະລາຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.