ຂ່າວເດັ່ນ

ບັນ​ດາ tour ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ ໃນ​ວັນ​ບຸນ ກາ​ເຟ ບວນ​ມາ​ທວດ

ບັນ​ດາ tour ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ ໃນ​ວັນ​ບຸນ ກາ​ເຟ ບວນ​ມາ​ທວດ

(VOVWORLD) - ບັນດາລາຍການ tour ທ່ອງທ່ຽວໄດ້ສ້າງຂຶ້ນຢ່າງມີໄຫວພິບ, ຕິດພັນກັບບັນດາການເຄື່ອນໄຫວຢູ່ບັນດາສະຖານທີ່ດຳເນີນວັນບຸນຕ່າງໆເພື່ອສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວມາຢ້ຽມຢາມ.

ພາບປະກອບ: VOV

ດ້ວຍຫົວຂໍ້ “ບວນມາທວດ - ສະຖານທີ່ນັດພົບຂອງກາເຟ ໂລກ”, ວັນບຸນກາເຟ ບວນມາທວດ ຄັ້ງທີ 9 ທີ່ດຳເນີນແຕ່ວັນທີ 9 – 13 ມີນາຈະມີຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ, ບັນດາ tour ທ່ອງທ່ຽວທີ່ດຶງດູດໃຈ ຈະຮັບໃຊ້ແຂກທ່ອງທ່ຽວມາຍັງແຂວງ ດັກລັກ. ວັນບຸນກາເຟ ຄັ້ງທີ 9 ຈະມີ 34 ລາຍການທ່ອງທ່ຽວດ້ວຍຫຼາຍຮູບແບບທ່ອງທ່ຽວ, ບັນດາລາຍການ tour ທ່ອງທ່ຽວໄດ້ສ້າງຂຶ້ນຢ່າງມີໄຫວພິບ, ຕິດພັນກັບບັນດາການເຄື່ອນໄຫວຢູ່ບັນດາສະຖານທີ່ດຳເນີນວັນບຸນຕ່າງໆເພື່ອສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວມາຢ້ຽມຢາມ. ທ່ານນາງ ຫງວຽນທຸຍເຟືອງຮ້ຽວ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງດັກລັກ ໃຫ້ຮູ້ວ່າ:

ຈຸດໃໝ່ອ່ຽມຂອງປີນີ້ແມ່ນມີລາຍການເດີນທາງມໍລະດົກ ຕື່ມອີກເພື່ອໂຄສະນາ, ເຊີດຊູບັນດາມໍລະດົກຢູ່ທ້ອງຖິ່ນ. ບັນດາລາຍການທ່ອງທ່ຽວໂດຍບັນດາວິສາຫະກິດສ້າງເປັນຫຼາຍຮູບແບບຄື 2 ວັນໜຶ່ງຄືນ, 4 ວັນ3ຄືນ… ແຂກທ່ອງທ່ຽວອາດຈະເລືອກເອົາຮູບແບບໃດທີ່ເໝາະກັບຕົນເອງເພື່ອທັງສາມາດເຂົ້າຮ່ວມວັນບຸນ, ທັງຄົ້ນຫາ, ລົງພຶດຕິກຳຕົວຈິງກ່ຽວກັບວັດທະນະທຳ, ການທ່ອງທ່ຽວຊຸມຊົນ, ກະສິກຳຢູ່ທ້ອງຖິ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.