ຂ່າວເດັ່ນ

ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ດຸ່ນ​ດ່ຽງ, ກົມ​ກ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ

ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ດຸ່ນ​ດ່ຽງ, ກົມ​ກ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ

(VOVWORLD) - ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ USABC ແລະ ປະຊາຄົມວິສາຫະກິດ ອາເມລິກາ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນວິວັດທະນການເຈລະຈາສັນຍາການຄ້າສົມທົບລະຫວ່າງສອງປະເທດ, ພ້ອມທັງສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບຄວາມສາມາດບົ່ມຊ້ອນ, ໂອກາດລົງທຶນ - ດຳເນີນທຸລະກິດຢູ່ ຫວຽດນາມ ເຖິງບັນດາຄູ່ຮ່ວມມື ອາເມລິກາ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເຮັດວຽກກັບປະທານສະພາວິສາຫະກິດ ອາເມລິກາ - ອາຊຽນ (USABC)

ໃນຂອບເຂດການປະຕິບັດງານຢູ່ ອາເມລິກາ, ວັນທີ 09 ມິຖຸນາ, ຢູ່ ວໍຊິງຕັນ D.C, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເຮັດວຽກກັບທ່ານ Jeffrey Perlman, ປະທານກອງທຶນ Warburg Pincus ທັງເປັນປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC).

        ໃນການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ USABC ແລະ ປະຊາຄົມວິສາຫະກິດ ອາເມລິກາ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນວິວັດທະນການເຈລະຈາສັນຍາການຄ້າສົມທົບລະຫວ່າງສອງປະເທດ, ພ້ອມທັງສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບຄວາມສາມາດບົ່ມຊ້ອນ, ໂອກາດລົງທຶນ - ດຳເນີນທຸລະກິດຢູ່ ຫວຽດນາມ ເຖິງບັນດາຄູ່ຮ່ວມມື ອາເມລິກາ.

        ສຳລັບຝ່າຍ USABC, ທ່ານ Jeffrey Perlman ໃຫ້ຮູ້ວ່າ Warburg Pincus ໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ ຫວຽດນາມ ແລະ ຈະມີສຽງເວົ້າທີ່ຕັ້ງໜ້າ ເພື່ອສະໜັບສະໜູນ ຫວຽດນາມ ໃນການຊຸກຍູ້ການພົວພັນເສດຖະກິດ - ການຄ້າສອງຝ່າຍ.

        ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບການນຳ ສະຫະສະມາຄົມຕຳແຜ່ນຕັດຫຍິບ, ເກີບ ອາເມລິກາ (AAFA) ແລະ ບັນດາວິສາຫະກິດຕັດຫຍິບ, ເກີບໜັງແຖວໜ້າຂອງ ອາເມລິກາ.

       ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.