ຂ່າວເດັ່ນ

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

(VOVWORLD) - ຕາມຂໍ້ມູນຈາກບໍລິສັດບໍລິຫານລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງ 1 ຊົ່ວໂມງມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2026 (ແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີຂອງວັນທີ 28 ມີນາ 2026), ທົ່ວປະເທດປະຢັດໄຟຟ້າໄດ້ 463.000 kWh.

ຖະໜົນຢູ່ແຂວງ ຕວຽນກວາງ ມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ປີ 2026
(ພາບປະກອບ: qdnd.vn)

ໝາກຜົນດັ່ງກ່າວ ຈະສືບຕໍ່ຢັ້ງຢືນປະສິດທິຜົນແຜ່ກະຈາຍຂອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ຫວຽດນາມ, ບໍ່ພຽງແຕ່ຢຸດຢູ່ເຫດການທີ່ມີລັກສະນະເປັນສັນຍາລັກເທົ່ານັ້ນ ຫາກຍັງມີການຫັນປ່ຽນສະຕິຄວາມຮັບຮູ້ກາຍເປັນການກະທຳລະອຽດໃນໝູ່ມະຫາຊົນເທື່ອລະກ້າວອີກດ້ວຍ. ຜ່ານການຜັນຂະຫຍາຍມາຫຼາຍປີ, ບັ້ນເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນສ້າງຄວາມຊິນເຄີຍໃນການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ; ພ້ອມດຽວກັນນັ້ນ ຍົກສູງສະຕິຄວາມຮັບຮູ້ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ແມ່ນເຫດການປະຈຳປີທີ່ມີຂອບຂະໜາດທົ່ວໂລກ, ໂດຍໄດ້ລິເລີ່ມແຕ່ປີ 2007, ໄລ່ຮອດປັດຈຸບັນ ໄດ້ດຶງດູດການເຂົ້າຮ່ວມຂອງເກືອບ 200 ປະເທດ ແລະ ເຂດແຄວ້ນ. ປີ 2026 ສ້າງຂີດໝາຍປີທີ 18 ທີ່ ຫວຽດນາມ ເຂົ້າຮ່ວມຕອບສະໜອງບັ້ນເຄື່ອນໄຫວດັ່ງກ່າວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.