ຂ່າວເດັ່ນ

ບັນ​ຍາ​ກາດ​ຄຶກ​ຄື້ນ​ກະ​ກຽມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ບຸນ​ໃຫຍ່ 80 ປີ ແຫ່ງ​ການ​ປະ​ຕິ​ວັ​ດ​ເດືອນ​ສິງ​ຫາ, ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ

ບັນ​ຍາ​ກາດ​ຄຶກ​ຄື້ນ​ກະ​ກຽມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ບຸນ​ໃຫຍ່ 80 ປີ ແຫ່ງ​ການ​ປະ​ຕິ​ວັ​ດ​ເດືອນ​ສິງ​ຫາ, ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ

(VOVWORLD) - ວັນບຸນໃຫຍ່ສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945-19/8/2025), ວັນສະຖາປະນາປະເທດ ຫວຽດນາມ (2/9/1945-2/9/2025) ລວມມີພິທີໂຮມຊຸມນຸມມິດຕິງ, ການເດີນຂະບວນ, ສວນສະໜາມ ທີ່ຈະດຳເນີນໃນຕອນເຊົ້າວັນທີ 2 ກັນຍາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ບັນຍາກາດຄຶກຄື້ນ, ຕື້ນເຕັ້ນລໍຄອຍເຫດການໄດ້ປົກຄຸມໄປທົ່ວປະເທດ, ພິເສດແມ່ນຢູ່ນະຄອນຫຼວງ ຮ່າໂນ້ຍ.

ບັນດາຍາກາດການຊ້ອມເດີນຂະບວນສວນສະໜາມ (ພາບ: VOV)

ຢູ່ຖະໜົນສາຍຕ່າງໆ, ໂດຍສະເພາະແມ່ນເຂດສູນກາງ, ເຊັ່ນ: ສະໜາມຫຼວງ ບາດິ່ງ, ຖະໜົນຍ່າງອ້ອມຮອບໜອງຮວ່ານກຽມ, ຖະໜົນສາຍຕ່າງໆທີ່ບັນດາກຸ້ມກ້ອນກຳລັງເດີນຂະບວນສວນສະໜາມຜ່ານ… ບັນດາປ້າຍໂຄສະນາ, ຄຳຂວັນຊົມເຊີຍ, ທຸງຊາດ, ດອກໄມ້ ໄດ້ຮັບການປະດັບປະດາຢ່າງສວຍງາມ. ຫຼາຍກິດຈະກຳຮັບໃຊ້ພິທີໃຫຍ່ນີ້ ກໍພວມເລັ່ງລັດກະກຽມໃຫ້ສຳເລັດ.

        “ຂ້າພະເຈົ້າມີຄວາມຕື່ນເຕັ້ນ, ລໍຖ້າແຕ່ລະມື້…. ບັນຍາກາດຢູ່ຮ່າໂນ້ຍ ພວມອຶກກະທຶກຄຶກໂຄມ. ຖະໜົນໄດ້ຮັບການປະດັບປະດາ, ສະອາດ. ຮ່າໂນ້ຍ ມີການກະກຽມຢ່າງລອບຄອບຖີ່ຖ້ວນ ຈະຊ່ວຍໃຫ້ປະຊາຊົນທົ່ວປະເທດ ແລະ ແຂກທ່ອງທ່ຽວສາກົນມີຄວາມປະທັບໃຈຕື່ມ. ຂ້າພະຈົ້າຄິດວ່າ ວັນບຸນໃຫຍ່ນີ້ຈະມີຄວາມຈັບອົກຈັບໃຈ, ບໍ່ພຽງແຕ່ແມ່ນການສະເຫຼີມສະຫຼອງເອກະລາດຄົບຮອບ 80 ປີເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອເຫັນການພັດທະນາຂອງປະເທດຊາດ”.

        “ວັນທີ 2 ກັນຍາ, ຫຼານຈະຕື່ນແຕ່ເຊົ້າ ແລະ ມີໜ້າຢູ່ໜອງ ຮວ່ານກຽມ ເພື່ອລໍຖ້າກຳລັງເດີນຂະບວນສວນສະໜາມຜ່ານ. ຫຼານໄດ້ຂໍແມ່ຊື້ເສື້ອ ແລະ ທຸງຊາດໃຫ້ແລ້ວ”.

ປະຊາຊົນນັ່ງຖ້າຮັບຊົມການຊ້ອມເດີນສະບວນ, ສວນສະໜາມ

        ຈຸດພິເສດຂອງພິທີສະເຫຼີມສະຫຼອງປີນີ້ແມ່ນການແຫ່ທວນໄຟທີ່ເປັນມູນເຊື້ອ, ທຸງຊາດ, ພ້ອມດ້ວຍຫຼາຍກ້ອນກຳລັງເດີນຂະບວນຂອງກອງທັບປະຊາຊົນ, ຕຳຫຼວດປະຊາຊົນ, ກຳລັງມະຫາຊົນ ແລະ ກອງທັບຕ່າງປະເທດ. 

ເພື່ອໃຫ້ກິດຈະກຳເດີນຂະບວນ, ສວນສະໜາມໄດ້ດຳເນີນຢ່າງສຳເລັດຜົນ, ຫຼາຍເດືອນຜ່ານມາ, ບັນດາກ້ອນກຳລັງໄດ້ຝຶກຊ້ອມຢູ່ຫຼາຍສະຖານທີ່ຢູ່ຮ່າໂນ້ຍ.

ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ ປີນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອເຊີດຊູບັນດາຂີດໝາຍປະຫວັດສາດທີ່ສະຫງ່າອົງອາດຂອງຊາດເທົ່ານັ້ນ, ຫາກຍັງແມ່ນໂອກາດພິເສດເພື່ອໂຄສະນາພາບພົດນະຄອນຫຼວງ ຮ່າໂນ້ຍ “ອະລິຍະທຳ - ສີວິໄລ - ທັນສະໄໝ”.

       ຫວິງຟອງ

This site is protected by reCAPTCHA and the Google Privacy Policy and Terms of Service apply.