ຂ່າວເດັ່ນ

ບັນ​ຍາ​ກາດທີ່​ອົບ​ອຸ່ນຂອງວັນ​ບຸນ​ຄຼິດ​ສະ​ມາດ​​​ແຜ່​ກະ​ຈ​າຍ​ໃນ​ທົ່ວ​ຖະ​ໜົນ​ສາຍ​ຕ່າງໆ​ຢູ່​ໃຈ​ກາງ​ນະ​ຄອນ ເຫວ້

ບັນ​ຍາ​ກາດທີ່​ອົບ​ອຸ່ນຂອງວັນ​ບຸນ​ຄຼິດ​ສະ​ມາດ​​​ແຜ່​ກະ​ຈ​າຍ​ໃນ​ທົ່ວ​ຖະ​ໜົນ​ສາຍ​ຕ່າງໆ​ຢູ່​ໃຈ​ກາງ​ນະ​ຄອນ ເຫວ້

(VOVWORLD) - ບັນຍາກາດຂອງບັນບຸນຄຼິດສະມາດ ໄດ້ແຜ່ກະຈາຍຢູ່ຖະໜົນສາຍຕ່າງໆຢູ່ເຂດໃຈກາງ, ເຂດຊຸມຊົນ, ຖະໜົນຍ່າງຂອງນະຄອນ ເຫວ້. ດອກໄຟຫຍິບຫຍັບ, ສີສັນວັນບຸນຄຼິດສະມາດໄດ້ເຮັດໃຫ້ຖະໜົນຫົນທາງມີຄວາມຄຶກຄື້ນກວ່າໃນຊຸມວັນຝົນຕົກອາກາດໜາວ.

ໂບດແຫ່ງຕ່າງໆຢູ່ເຫວ້ ໄດ້ຮັບການປະດັບປະດາຢ່າງສວຍງາມ ແລະ ອົບອຸ່ນ

ຮ້ານກາເຟ, ພັດທະຄານ, ໂຮງແຮມ, ສູນການຄ້າຫຼາຍແຫ່ງໄດ້ປະດັບປະດາຢ່າງສວຍງາມ ແລະ ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມ, ຖ່າຍຮູບ, ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບສຸກຂອງວັນບຸນ. ລຸງ ຫວໍວັນທ້ຽນ, ຊາວຄຼິດຢູ່ ທ້ວນຮວ່າ, ນະຄອນ ເຫວ້, ໃຫ້ຮູ້ວ່າ:

        “ຕົ້ນເດືອນທັນວາ ແຕ່ລະປີ, ປະຊາຊົນຊາວຄຼິດໄດ້ພົບກັນແລກປ່ຽນກ່ຽວກັບວິທີເຮັດ, ພ້ອມກັນເລ້ຍລາຍເງິນເພື່ອກະກຽມໃຫ້ແກ່ວັນບຸນຄຼິດສະມາດ, ບົນຈິດໃຈມ່ວນຊື່ນ, ເຕົ້າໂຮມ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດ. ນັ້ນແມ່ນຄວາມສາມັກຄີອັນຍິ່ງໃຫຍ່ທີ່ສຸດ ແລະ ໄດ້ຮັບການຮັກສາແຕ່ຫຼາຍສິບປີກ່ອນແລ້ວ”.

ບັນດາເຂດຊາວຄຼິດມອບຂອງຂວັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດວັນບຸນ ຄຼິດສະມາດ

        ວັນບຸນຄຼິດສະມາດຢູ່ນະຄອນ ເຫວ້ ຍິ່ງມີຄວາມອົບອຸ່ນເມື່ອນ້ຳໃຈຮັກແພງໄດ້ຮັບການແຜ່ກະຈາຍ ດ້ວຍບັນດາການກະທຳແບ່ງປັນຢ່າງລະອຽດ. ຫຼາຍເຂດຊາວຄຼິດ, ໂບດ ແລະ ກຸ່ມອາສາສະໝັກຊາວຄຼິດ ໄດ້ຈັດກິດຈະກຳຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຄົນເຈັບ, ຄົນພິການ.

This site is protected by reCAPTCHA and the Google Privacy Policy and Terms of Service apply.