ຂ່າວເດັ່ນ

ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳອົດສະຕາລີ ສົ່ງຈົດໝາຍຮຽກຮ້ອງການຫນູນຊ່ວຍນັກສຶກສາສາກົນ

ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳອົດສະຕາລີ ສົ່ງຈົດໝາຍຮຽກຮ້ອງການຫນູນຊ່ວຍນັກສຶກສາສາກົນ

(VOVWORLD) -ດ້ວຍຄວາມປາດຖະຫນາຢາກຫນູນຊ່ວຍນັກສຶກສາ ອາຊຽນ ເກືອບ 150.000 ຄົນ ພວມຮ່ຳຮຽນ ຢູ່ ອົດສະຕາລີ.

 ນັກສຶກສາຕ່າງປະເທດ ຢູ່ ອົດສະຕາລີ

ພາບປະກອບ:baoquocte.vn

ວັນທີ 1 ເມສາ ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ຢູ່ ນະຄອນ Canberra ຂອງ ອົດສະຕາລີ ໄດ້ສົ່ງຈົດໝາຍຮ່ວມ ເຖິງລັດຖະມົນຕີກະຊວງສຶກສາ, ກະຊວງການຕ່າງປະເທດ, ຄະນະກຳມະການ ອົດສະຕາລີ ອາຊຽນ ແລະ ບັນດາລັດຖະມົນຕີກະຊວງສຶກສາ ແລະ ວຽກເຮັດງານທຳ ໃນທັງໝົດ  6 ລັດນ້ອຍ ແລະ ເຂດແຄ້ວນ 2 ແຫ່ງຂອງອົດສະຕາລີ.

ຈົດໝາຍໄດ້ເນັ້ນຫນັກຄວາມປາດຖະຫນາຢາກໃຫ້ ອົດສະຕາລີ ມີການຫນູນຊ່ວຍຢ່າງເໝາະສົມກ່ຽວກັບສຸຂະພາບ ແລະ ຈິດໃຈໃຫ້ແກ່ນັກສຶກສາສາກົນ ແລະ ຄວນມີຄວາມໄຫວພິບໃນບັນດາຂໍ້ກຳນົດທີ່ໄດ້ປະກາດໃຊ້ ອາດຈະປັບໃຫ້ເໝາະສົມກັບສະພາບການປະຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.