ຂ່າວເດັ່ນ

ບັນດາການເຄື່ອນໄຫວວັດທະນະທຳຂອງນະຄອນ ໂຮ່ຈີມິນ ໃນປີ 2026 ທີ່ຫຼາກຫຼາຍ

ບັນດາການເຄື່ອນໄຫວວັດທະນະທຳຂອງນະຄອນ ໂຮ່ຈີມິນ ໃນປີ 2026 ທີ່ຫຼາກຫຼາຍ

(VOVWORLD) - ຕອນຄ່ຳວັນທີ 27 ກຸມພາ, ຢູ່ຕາແສງ ວູງເຕົ່າ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດພິທີໄຂງານບຸນວັດທະນະທຳ - ທ່ອງທ່ຽວນະຄອນ ປີ 2026 ດ້ວຍຫົວຂໍ້ “ຈຸດເລີ່ມຕົ້ນທີ່ຍອດຍິ່ງ”.

ທີ່ພິທີໄຂງານບຸນ
(ພາບ: TTXVN)

ປີນີ້, ນະຄອນ ໂຮ່ຈີມິນ ມຸ່ງໄປເຖິງເປົ້າໝາຍກຳນົດເຄື່ອງໝາຍການຄ້າທ່ອງທ່ຽວທີ່ເປັນໜ້າປະທັບໃຈ, ເປັນມິດ ແລະ ປອດໄພ. ພາຍຫຼັງພິທີໄຂງານບຸນ, ທາງນະຄອນຈະສືບຕໍ່ຮັກສາ ແລະ ເປີດກວ້າງການເຄື່ອນໄຫວດ້ານວັດທະນະທຳ, ບັນເທິງທີ່ແທດຈິງຫຼາຍຢ່າງ ຄື: ງານບຸນຊຸດເສື້ອຍາວ, ງານບຸນ “ປະເທດຊາດເປັນໜຶ່ງດຽວ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ 30 ເມສາ… ປີນີ້, ຂະແໜງທ່ອງທ່ຽວນະຄອນຈະສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ບັນລຸ 11 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 50 ລ້ານເທື່ອຄົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.