ຂ່າວເດັ່ນ

ບັນດາປະເທດ ອາຣັບ ແລະ ອິດສະລາມ ສົງໄສ ອິດສະຣາແອັນ ເນລະເທດຊາວ ປາແລັດສະຕິນ ອອກຈາກເຂດ ກາຊາ ຜ່ານດ່ານຊາຍແດນ Rafah

ບັນດາປະເທດ ອາຣັບ ແລະ ອິດສະລາມ ສົງໄສ ອິດສະຣາແອັນ ເນລະເທດຊາວ ປາແລັດສະຕິນ ອອກຈາກເຂດ ກາຊາ ຜ່ານດ່ານຊາຍແດນ Rafah

(VOVWORLD) - ຖະແຫຼງການດັ່ງກ່າວໄດ້ປະກາດໃນ 2 ວັນ, ພາຍຫຼັງທີ່ ອິດສະຣາແອັນ ແຈ້ງວ່າ ຈະເປີດປະຕູສົ້ນດຽວຂອງດ່ານຊາຍແດນ Rafah, ເພື່ອໃຫ້ຊາວ ປາແລັດສະຕິນ ຍົກຍ້າຍໄປດິນແດນ ອີຢິບ.

(ພາບປະກອບ: REUTERS/Tingshu Wang)

ບັນດານັກການທູດແຖວໜ້າຂອງ 8 ປະເທດ ອາຣັບ ແລະ ອິດສະລາມ ຖືວ່າ ເລື່ອງ ອິດສະຣາແອັນ ຖະແຫຼງພຽງລຳພັງຝ່າຍດຽວເລື່ອງເປີດປະຕູດ່ານຊາຍແດນ Rafah ເຊື່ອມຕໍ່ເຂດ ກາຊາ ກັບແຫຼມ Shinai ຂອງ ອີຢິບ ຄືນໃໝ່ ແມ່ນເພື່ອແນໃສ່ເນລະເທດຊາວ ປາແລັດສະຕິນ ໃຫ້ອອກຈາກເຂດດິນແດນນີ້.

ໃນຖະແຫຼງການຮ່ວມທີ່ປະກາດໃນວັນທີ 05 ທັນວາ, ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດ ອາຣັບ ແລະ ອິດສະລາມ, ລວມມີ: ອີຢິບ, ກາຕາ, ຕວັກກີ, ຊະອຸດີ ອາຣະເບຍ, UAE, ຈໍແດນ, ອິນໂດເນເຊຍ ແລະ ປາກິດສະຖານ ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອິດສະຣາແອັນ ແຈ້ງເປີດການໄປມາສົ້ນດຽວຂອງດ່ານຊາຍແດນ Rafah ວ່າຈະແມ່ນເພື່ອເນລະເທດປະຊາຊົນ ປາແລັດສະຕິນ ໃຫ້ອອກຈາກເຂດ ກາຊາ. ຖະແຫຼງການດັ່ງກ່າວໄດ້ປະກາດໃນ 2 ວັນ, ພາຍຫຼັງທີ່ ອິດສະຣາແອັນ ແຈ້ງວ່າ ຈະເປີດປະຕູສົ້ນດຽວຂອງດ່ານຊາຍແດນ Rafah, ເພື່ອໃຫ້ຊາວ ປາແລັດສະຕິນ ຍົກຍ້າຍໄປດິນແດນ ອີຢິບ. ເຖິງຢ່າງໃດກໍ່ຕາມ, ວັນທີ 04 ທັນວາ, ອີຢິບ ປະຕິເສດຂໍ້ມູນທີ່ວ່າ ປະເທດນີ້ໄດ້ສົມທົບກັບ ອິດສະຣາແອັນ ດຳເນີນການເຄື່ອນໄຫວຂອງດ່ານຊາຍແດນ Rafah ຄືນໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.