ຂ່າວເດັ່ນ

ບັນດາປະເທດກ່າວປະນາມ ອິດສະຣາແອັນ ສະກັດກັ້ນເຄື່ອງຊ່ວຍເຫຼືອເຂົ້າເຂດ ກາຊາ

ບັນດາປະເທດກ່າວປະນາມ ອິດສະຣາແອັນ ສະກັດກັ້ນເຄື່ອງຊ່ວຍເຫຼືອເຂົ້າເຂດ ກາຊາ

(VOVWORLD) - ກະຊວງການຕ່າງປະເທດ ອາຣັບບີ ຊະອຸດີ ຮຽກຮ້ອງໃຫ້ປະຊາຄົມສາກົນມີການແຊກແຊງສະກັດກັ້ນການກະທຳຂອງ ອິດສະຣາແອັນ ໃນທັນທີ.

ເຄື່ອງກູ້ຊ່ວຍໄດ້ປ່ອຍລົງຢູ່ເຂດ ກາຊາ
(ພາບ: AFP/TTXVN)

        ພຽງ 2-3 ຊົ່ວໂມງ, ພາຍຫຼັງທີ່ຫ້ອງວ່າການນາຍົກລັດຖະມົນຕີ ອິສະຣາແອັນ ປະກາດຂໍ້ຕົກລົງໃນວັນທີ 02 ມີນາ ຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ກ່ຽວກັບເລື່ອງຢຸດຕິຊົ່ວຄາວທຸກການເຄື່ອນໄຫວສົ່ງເຄື່ອງກູ້ຊ່ວຍມະນຸດສະທຳຈາກພາຍນອກເຂົ້າເຂດ ກາຊາ ກະຊວງການຕ່າງປະເທດ ອາຮັບບີ ຊະອຸດີ ໄດ້ອອກຖະແຫຼງການຊີ້ແຈ້ງວ່າ ຂໍ້ຕົກລົງຂອງລັດຖະບານ ອິດສະຣາແອັນ ແມ່ນການກະທຳລົງໂທດລວມໝູ່ຝືນກັບກົດໝາຍສາກົນ. ກະຊວງການຕ່າງປະເທດ ອາຣັບບີ ຊະອຸດີ ຮຽກຮ້ອງໃຫ້ປະຊາຄົມສາກົນມີການແຊກແຊງສະກັດກັ້ນການກະທຳຂອງ ອິດສະຣາແອັນ ໃນທັນທີ.

        ໃນວັນດຽວກັນ, ຫຼາຍປະເທດຢູ່ພາກພື້ນ ແລະ ອົງການຈັດຕັ້ງສາກົນກໍ່ກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງ ອິດສະຣາແອັນ ຢຸດຕິຊົ່ວຄາວການຂົນສົ່ງເຄື່ອງກູ້ຊ່ວຍມະນຸດທະທຳຈາກພາຍນອກເຂົ້າເຂດ ກາຊາ, ໃນສະພາບທີ່ການປະທະກັນຢູ່ເຂດດິນແດນນີ້ໄດ້ເຮັດໃຫ້ກວ່າ 48.000 ຄົນເສຍຊີວິດໃນຮອບເວລາ 15 ເດືອນຜ່ານມາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.