ຂ່າວເດັ່ນ

ບັນດາພັກການເມືອງ, ເພື່ອນມິດສາກົນສືບຕໍ່ສົ່ງໂທລະເລກຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ບັນດາພັກການເມືອງ, ເພື່ອນມິດສາກົນສືບຕໍ່ສົ່ງໂທລະເລກຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ໄດ້ຮັບການແບ່ງປັນນ້ຳໃຈອັນອົບອຸ່ນ ແລະ ການລະດົມກຳລັງໃຈຈາກບັນດາພັກການເມືອງ, ຄູ່ຮ່ວມມື, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນເປັນຈຳນວນຫຼາຍ.

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີບົດລາຍງານທີ່ກອງປະຊຸມໃຫຍ່
(ພາບປະກອບ:TTXVN)

        ໃນໂທລະເລກຊົມເຊີຍ, ພັກປະຊາທິປະໄຕເສລີ ຍີ່ປຸ່ນ (LDP) ຢືນຢັນວ່າ: ເລື່ອງ ພັກປະຊາທິປະໄຕເສລີ ຍີ່ປຸ່ນ ແລະ ພັກກອມມູນິດ ຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແມ່ນມີຄວາມໝາຍສຳຄັນໃນການເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ສອດຄ່ອງກັບຜົນປະໂຫຍດຂອງ 2 ຝ່າຍ, ຄື: ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.

        ໃນສານຊົມເຊີຍຂອງພັກກອມມູນິດ ເຢຍລະມັນ ມີຕອນຂຽນວ່າ: ພັກກອມມູນິດ ເຢຍລະມັນ ມີຄວາມປະທັບໃຈຕໍ່ເລື່ອງ ພັກກອມມູນິດ ຫວຽດນາມ ຜ່ານຜ່າບັນດາສິ່ງທ້າທາຍ, ສະແດງໃຫ້ເຫັນບົດບາດນຳພາ, ປັບປຸງ ແລະ ພັດທະນາພັກ ເພື່ອສືບຕໍ່ສ້າງລັດທິສັງຄົມນິຍົມ; ເຊື່ອໝັ້ນວ່າ ຫວຽດນາມ ຈະບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກໂດຍໄວ.

        ສານຊົມເຊີຍຂອງພັກກອມມູນິດ ບຣາຊິນ (PCdoB) ເນັ້ນໜັກວ່າ: ຄຳຂວັນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສະແດງໃຫ້ເຫັນແນວທາງການເມືອງທີ່ຖືກຕ້ອງ, ສົມທົບລະຫວ່າງການຢຶດໝັ້ນບັນດາຫຼັກການສັງຄົມນິຍົມ ກັບຄວາມສາມາດປ່ຽນແປງໃໝ່ ແລະ ການຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ.

        ໃນສານຊົມເຊີຍບັນດາພັກການເມືອງ, ຄື: ພັກກອມມູນິດ ເຊັກໂກ - Moravia, ພັກກອມມູນິດ ຈີເລ, ພັກກອມມູນິດ ອາກຊັງຕິນ, ພັກກອມມູນິດ ການາດາ Marxist, ພັກກອມມູນິດ ບັງກະລາເທດ, ພັກກອມມູນິດ ນອກແວ, ພັກກອມມູນິດ ອິນເດຍ… ລ້ວນແຕ່ຕີລາຄາສູງບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.