ຂ່າວເດັ່ນ

ບັນດາສະມາຊິກສະພາແຫ່ງຊາດແຜ່ບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນທີ່ຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ

ບັນດາສະມາຊິກສະພາແຫ່ງຊາດແຜ່ບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນທີ່ຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ

(VOVWORLD) - ໃນຊຸມມືຜ່ານມາ, ການເກີດຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດ ໄດ້ກໍ່ຄວາມເສຍຫາຍເປັນພິເສດຢູ່ບັນດາແຂວງ ຢາລາຍ, ດັກລັກ, ແຄ໊ງຮ່ວາ ແລະ ເລິມດົ່ງ.

(ບັນດາສະມາຊິກສະພາແຫ່ງຊາດຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມກໍ່ຂຶ້ນ)

ຕອນເຊົ້າວັນທີ 24 ພະຈິກ, ຢູ່ ຮ່າໂນ້ຍ, ກອນທີ່ສືບຕໍ່ວາລະປະຊຸມທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ບັນດາຮອງປະທານສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະຫງວນເວລາ 1 ນາທີກົ້ມຫົວອາໄລຫາບັນດາຜູ້ຖືກເຄາະຮ້າຍໃນເຫດຝົນຕົກ, ນ້ຳຖ້ວມ; ພ້ອມກັນນັ້ນ, ຈັດການແຜ່ບໍລິຈາກໜູນຊ່ວຍພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸ, ນ້ຳຖ້ວມ.

ໃນຊຸມມືຜ່ານມາ, ການເກີດຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດ ໄດ້ກໍ່ຄວາມເສຍຫາຍເປັນພິເສດຢູ່ບັນດາແຂວງ ຢາລາຍ, ດັກລັກ, ແຄ໊ງຮ່ວາ ແລະ ເລິມດົ່ງ. ຄະນະປະຈຳສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ, ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຢູ່ບັນດາອົງການຂອງສະພາແຫ່ງຊາດ, ຫ້ອງການສະພາແຫ່ງຊາດ ໄດ້ສະໜັບສະໜູນຢ່າງໜ້ອຍສຸດເງິນເດືອນ 1 ມື້ ເພື່ອຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມກໍ່ຂຶ້ນ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໂດ້ວັນຈຽນ, ເນັ້ນໜັກວ່າ:

      “ພາຍຸ, ນ້ຳຖ້ວມ, ໄພທຳມະຊາດ ເຖິງວ່າຮ້າຍກາດຄືແນວໃດກໍ່ຕາມ ແລ້ວກໍ່ຜ່ານໄປ, ແຕ່ຈິດໃຈເພື່ອນສະຫາຍ, ນ້ຳໃຈພໍ່ແມ່ປະຊາຊົນ ແລະ ມູນເຊື້ອວັດທະນະທຳອັນດີງາມຂອງຊາດ ຫວຽດນາມ ແມ່ນອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ຍັງປະໄວ້ຕະຫຼອດໄປ. ສະພາແຫ່ງຊາດຂໍຈົດຈຳ, ຂອບໃຈ ແລະ ຍ້ອນຍໍບັນດາກຳລັງກອງທັບ, ຕຳຫຼວດ ແລະ ບັນດາກຳລັງຢູ່ກັບທີອື່ນ ບໍ່ຫວາດຫວັນຕໍ່ຄວາມຫຍຸ້ງຍາກ, ລຳບາກ, ອັນຕະລາຍ ສຸມເຫືອເທແຮງເພື່ອໜູນຊ່ວຍປະຊາຊົນເຂດຖືກໄພທຳມະຊາດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.