ຂ່າວເດັ່ນ

ບັນດາທ້ອງຖິ່ນເປັນເຈົ້າການສ້າງແຜນການຮັບມືກັບພາຍຸ Matmo

ບັນດາທ້ອງຖິ່ນເປັນເຈົ້າການສ້າງແຜນການຮັບມືກັບພາຍຸ Matmo

(VOVWORLD) - ຄາດວ່າ, ຮອດເວລາ 16 ໂມງຂອງວັນດຽວກັນ ຈະຢູ່ຫ່າງຈາກ ກວາງນິງ 250 ກມ, ດ້ວຍລົມມີຄວາມແຮງ 118-133 ກມ/ຊົ່ວໂມງ, ອາດຈະຂຶ້ນເຖິງ 167 – 183 ກມ/ຊົ່ວໂມງ.

(ກວາງນິງ ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອຮັບມື)

ສູນອຸຕຸນິຍົມອຸທົກກະສາດແຫ່ງຊາດ ໃຫ້ຮູ້ວ່າ 5 ໂມງຕອນເຊົ້າວັນທີ 05 ຕຸລາ, ພາຍຸ Matmo (ມັດໂມ) ຢູ່ຫ່າງຈາກເກາະ ໄຫໜານ (ຈີນ) ປະມານ 110 ກມ. ຄາດວ່າ, ຮອດເວລາ 16 ໂມງຂອງວັນດຽວກັນ ຈະຢູ່ຫ່າງຈາກ ກວາງນິງ 250 ກມ, ດ້ວຍລົມມີຄວາມແຮງ 118-133 ກມ/ຊົ່ວໂມງ, ອາດຈະຂຶ້ນເຖິງ 167 – 183 ກມ/ຊົ່ວໂມງ. ຮອດຕອນເຊົ້າວັນທີ 06 ຕຸລາ, ພາຍຸອາດຈະພັດເຂົ້າເຂດແຄມທະເລບັນດາແຂວງ ກວາງນິງ - ຫາຍຟ່ອງ, ດ້ວຍລົມແຮງຫຼຸດລົງເຫຼືອປະມານ 75 – 88 ກມ/ຊົ່ວໂມງ. ເຂດຖືກຜົນສະທ້ອນ ລວມມີເຂດທະເລທາງທິດຕາເວັນຕົກສ່ຽງເໜືອຂອງເຂດທິດເໜືອທະເລຕາເວັນອອກ, ເຂດອ່າວພາກເໜືອ ແລະ ເຂດດິນຕໍ່ແຜ່ນແຄມທະເລແຕ່ ກວາງນິງ ໄປຮອດ ຮືງອຽນ.

ຕໍ່ໜ້າບັນດາການຜັນແປທີ່ຍາກຈະຄາດຄະເນໄດ້ຂອງພາຍຸ Matmo, ແຂວງ ກວາງນິງ ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອຮັບມື. ທຸກວຽກງານກະກຽມຮັບມືກັບພາຍຸຈະໄດ້ປະຕິບັດສຳເລັດກ່ອນ 16 ໂມງຂອງວັນທີ 05 ຕຸລາ.

ຢູ່ນະຄອນ ຫາຍຟ່ອງ, ກອງບັນຊາການປ້ອງກັນພົນລະເຮືອນນະຄອນ ແຈ້ງຫ້າມບັນດາພາຫະນະກຳປັ່ນທ່ອງທ່ຽວ, ກຳປັ່ນ, ເຮືອຂຸດຄົ້ນສິນໃນນ້ຳອອກສູ່ທະເລ. ກອງບັນຊາການທະຫານຊາຍແດນນະຄອນ ພ້ອມແລ້ວທີ່ຈະເຂົ້າຮ່ວມການຊອກຫາ, ກູ້ໄພກູ້ຊີບຖ້າມີຄວາມຮຽກຮ້ອງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.