ຂ່າວເດັ່ນ

ບົດ​ເພງ​ສະຫຼອງ​ໄຊ - ສະ​ເຫຼີມ​ສະຫຼອງວັນ​ປະ​ເທດ​ຊາດ “ເບັ່ງ​ບານ”

ບົດ​ເພງ​ສະຫຼອງ​ໄຊ - ສະ​ເຫຼີມ​ສະຫຼອງວັນ​ປະ​ເທດ​ຊາດ “ເບັ່ງ​ບານ”

(VOVWORLD) - ລາຍການສະແດງສິລະປະການເມືອງພິເສດ “ບົດເພງສະຫຼອງໄຊ”, ໄດ້ດຳເນີນໃນຕອນຄ່ຳວັນທີ 25 ເມສາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ.

 ລາຍການບໍ່ພຽງແຕ່ໄດ້ຫວນຄືນໄລຍະປະຫວັດສາດທີ່ໄດ້ຜ່ານພົ້ນໄປແລ້ວເທົ່ານັ້ນ, ຫາກຍັງແຜ່ກະຈາຍນ້ຳໃຈສ້າງສາ, ເຊື່ອມໂຍງ, ປ່ຽນແປງໃໝ່ຢ່າງແຮງຂອງ ຫວຽດນາມ ໃນຍຸກສະໄໝໃໝ່ອີກດ້ວຍ (ພາບ: VOV)

ລາຍການດັ່ງກ່າວ ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 -  30 ເມສາ  2025), ມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV) ວັນທີ 7 ກັນຍາ 1945  - 07 ກັນຍາ 2025.

        ເຂົ້າຮ່ວມລາຍການ ມີທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ທ່ານ ຮວ່າງຈິງຢຸງ ບັນນາທິການໃຫຍ່ວາລະສານ ກອມມູນິດ, ທ່ານ ໂດ້ຕຽນສີ ຜູ້ອຳນວຍການໃຫຍ່ VOV, ພ້ອມດ້ວຍຕາງໜ້າການນຳບັນດາກະຊວງ, ຂະແໜງການ, ຫົວໜ່ວຍຂັ້ນສູນກາງ, ການນຳບັນດາຫົວໜ່ວຍຂອງ VOV.

ການນຳ VOV ມອບດອກໄມ້ໃຫ້ບັນດານັກສິລະປິນ (ພາບ: VOV)

        ດ້ວຍ 3 ພາກ “ຮ່າໂນ້ຍຮັບຟັງຂ່າວໄຊຊະນະ”, “ບຸກເຂົ້າ ໄຊງ່ອນ”,  “ປະເທດຊາດພາຍຫຼັງໄດ້ຮັບການທ້ອນໂຮມເປັນເອກະພາບ”, ລາຍການດັ່ງກ່າວ ບໍ່ພຽງແຕ່ໄດ້ຫວນຄືນໄລຍະປະຫວັດສາດທີ່ໄດ້ຜ່ານພົ້ນໄປແລ້ວເທົ່ານັ້ນ, ຫາກຍັງແຜ່ກະຈາຍນ້ຳໃຈສ້າງສາ, ເຊື່ອມໂຍງ, ປ່ຽນແປງໃໝ່ຢ່າງແຮງຂອງ ຫວຽດນາມ ໃນຍຸກສະໄໝໃໝ່ອີກດ້ວຍ. 


This site is protected by reCAPTCHA and the Google Privacy Policy and Terms of Service apply.