ຂ່າວເດັ່ນ

“ບົດ​ເພງວິ​ຊະ​ຊົນ​ແຫ່ງ​ໄຊ​ຊະ​ນະ”

“ບົດ​ເພງວິ​ຊະ​ຊົນ​ແຫ່ງ​ໄຊ​ຊະ​ນະ”

(VOVWORLD) - ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ແລະ ກຳລັງປະກອບ ເກືອບ 1000 ຄົນ, ລາຍການແມ່ນການປະສົມປະສານຢ່າງ ລະອຽດອ່ອນຂອງບັນດາປະເພດສິລະປະ.

ລາຍການສະແດງສິລະປະ “ບົດເພງວິຊະຊົນແຫ່ງໄຊຊະນະ”  (ພາບ: VOV1)

“ບົດເພງວິຊະຊົນແຫ່ງໄຊຊະນະ” ນີ້ແມ່ນຫົວຂໍ້ຂອງລາຍການສະແດງສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ (7/9/1945 - 7/9/2025) ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 5 ກັນຍາ ຢູ່ພະລາຊະວັງ ທັງລອງ. ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ແລະ ກຳລັງປະກອບ ເກືອບ 1000 ຄົນ, ລາຍການແມ່ນການປະສົມປະສານຢ່າງ ລະອຽດອ່ອນຂອງບັນດາປະເພດສິລະປະ. ລາຍການຄືວາດພາບຄືນບັນດາຂີດໝາຍທີ່ສຳຄັນໃນໄລຍະ 80 ປີຂອງກອງເສນາທິການໃຫຍ່ ຢ່າງອົງອາດກ້າຫານ ແລະ ເຕັມໄປດ້ວຍອາລົມຈິດ, ຢັ້ງຢືນບົດບາດຂອງກົມເສນາທິການໃຫຍ່ ແມ່ນ “ຫົວໃຈກົນລະຍຸດ”, “ສະໝອງບັນຊາການ” ແລະ ແມ່ນອົງການເສນາທິການຍຸດທະສາດກົດລັບ, ສຳຄັນຂອງພັກ ແລະ ກອງທັບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.