ຂ່າວເດັ່ນ

ບຸນ​ກາ​ຣີ ຜ່ານ​ຜ່າ​ຮົ້ວ​ກີດ​ຂວາງ​ສຸດ​ທ້າຍ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ຣົບ

ບຸນ​ກາ​ຣີ ຜ່ານ​ຜ່າ​ຮົ້ວ​ກີດ​ຂວາງ​ສຸດ​ທ້າຍ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ຣົບ

(VOVWORLD) - ທ່ານ Valdis Dombrovskis ກຳມະການຮັບຜິດຊອບດ້ານເສດຖະກິດຂອງ EU ໄດ້ເນັ້ນໜັກວ່າ ການເຂົ້າຮ່ວມ Eurozone ເພື່ອແນໃສ່ສ້າງອະນາຄົດທີ່ວັດທະນາຖາວອນກວ່າໃຫ້ແກ່ ບຸນກາຣີ, ໄດ້ເປີດບັນດາກາລະໂອກາດຮ່ວມມືລົງທຶນ, ສ້າງວຽກເຮັດງານທຳ ແລະ ການເຕີບໂຕເສດຖະກິດໃຫ້ແກ່ບັນດາປະເທດ ເອີຣົບ ຕາເວັນອອກນີ້.

ສະກຸນເງິນເອີໂຣ ແລະ ທຸງຊາດ ບຸນກາຣີ (ພາບ: euractiv.com) 

ວັນທີ 8 ກໍລະກົດ, ລັດຖະມົນຕີການເງິນບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU)  ໄດ້ “ເປີດໄຟຂຽວ” ເພື່ອໃຫ້ ບຸນກາຣີ ນຳໃຊ້ສະກຸນເງິນ ເອີໂຣ ຢ່າງເປັນທາງການແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ. ເຫດການນີ້ ໄດ້ສ້າງຂີດໝາຍບາດກ້າວສຸດທ້າຍ ເພື່ອໃຫ້ ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດນຳໃຊ້ສະກຸນເງິນລວມ ເອີຣົບ (Eurozone).

        ການຕົກລົງຄັ້ງປະຫວັດສາດນີ້ໄດ້ຮັບປະຕິກິລິຍາອັນຕັ້ງໜ້າຈາກບັນດາການນຳຂອງ ບຸນກາຣີ.

        ເມື່ອກ່າວຄຳເຫັນໃຫ້ສັດຕະຍາບັນຂໍ້ຕົກລົງເປີດທາງໃຫ້ ບຸນກາຣີ ເຂົ້າຮ່ວມ Eurozone, ທ່ານ Valdis Dombrovskis ກຳມະການຮັບຜິດຊອບດ້ານເສດຖະກິດຂອງ EU ໄດ້ເນັ້ນໜັກວ່າ ການເຂົ້າຮ່ວມ Eurozone ເພື່ອແນໃສ່ສ້າງອະນາຄົດທີ່ວັດທະນາຖາວອນກວ່າໃຫ້ແກ່ ບຸນກາຣີ, ໄດ້ເປີດບັນດາກາລະໂອກາດຮ່ວມມືລົງທຶນ, ສ້າງວຽກເຮັດງານທຳ ແລະ ການເຕີບໂຕເສດຖະກິດໃຫ້ແກ່ບັນດາປະເທດ ເອີຣົບ ຕາເວັນອອກນີ້.

ຍືຮວາ - ນັກຂ່າວ VOV  ປະຈຳ ປຣາຮາ, ສ.ເຊັກໂກ


 

This site is protected by reCAPTCHA and the Google Privacy Policy and Terms of Service apply.