ຂ່າວເດັ່ນ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ອາບ​ກາ​ນິດ​ສະ​ຖານ​ເພີ່ມ​ຂຶ້ນ​ຢ່າງ​ແຮງ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ອາບ​ກາ​ນິດ​ສະ​ຖານ​ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) - ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນຄ່ຳວັນທີ 31 ສິງຫາຢູ່ພາກຕາເວັນອອກ ອາບການິດສະຖານ ໄດ້ເພີ່ມຂຶ້ນ 2.217 ຄົນ, ໃນຂະນະຈຳນວນຜູ້ຖືກບາດເຈັບກໍ່ເພີ່ມຂຶ້ນເກືອບ 4000 ຄົນ.

ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນຄ່ຳວັນທີ 31 ສິງຫາຢູ່ພາກຕາເວັນອອກ ອາບການິດສະຖານ ໄດ້ເພີ່ມຂຶ້ນ 2.217 ຄົນ, ໃນຂະນະຈຳນວນຜູ້ຖືກບາດເຈັບກໍ່ເພີ່ມຂຶ້ນເກືອບ 4000 ຄົນ. ນີ້ແມ່ນຕົວເລກຫຼ້າສຸດໂດຍອຳນາດການປົກຄອງ ຕາລີບານ ຢູ່ ອາບການິດສະຖານ ປະກາດໃນວັນທີ 4 ກັນຍາ. ຈຳນວນຜູ້ເສຍຊີວິດ ແລະ ຜູ້ຖືກບາດເຈັບສ່ວນຫຼາຍ ຢູ່ບັນດາແຂວງເຂດພູສູງ Kunar. ແລະກໍໃນວັນດຽວກັນ, ອົງການສຳຫຼວດທໍລະນີສາດ ອາເມລິກາ ສືບຕໍ່ຮັບຮູ້ການສັນສະເທືອນຂອງດິນມີຄວາມແຮງ 4,7 ຣິກເຕີ ຢູ່ເຂດຫ່າງຈາກນະຄອນ Jalalabad ເມືອງເອກຂອງແຂວງ Nangarhar ປະມານ 13 ກີໂລແມັດໄປທາງທິດຕາເວັນອອກສ່ຽງເໜືອ.

This site is protected by reCAPTCHA and the Google Privacy Policy and Terms of Service apply.