ຂ່າວເດັ່ນ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່​ເຂດ ກາ​ຊາ ຫຼາຍກວ່າ 70.000 ຄົນ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່​ເຂດ ກາ​ຊາ ຫຼາຍກວ່າ 70.000 ຄົນ

(VOVWORLD) - ຈຳນວນຜູ້ເສຍຊີວິດໃນ 2 ປີປາຍເກີດສົງຄາມຢູ່ເຂດ ກາຊາ ໄດ້ຂຶ້ນເຖິງ 70.100 ຄົນ, ສູງກວ່າຫຼາຍເມື່ອທຽບໃສ່ບັນດາການຕີລາຄາ ຂອງວົງການນັກວິໄຈໃນຈຸດເວລາເກີດການປະທະກັນໃນເບື້ອງຕົ້ນເມື່ອເດືອນ ຕຸລາ 2023.

ເຮືອນຊານບ້ານຂອງຂອງເຂດ ກາຊາ ຖືກພັງທະລາຍຍ້ອນສົງຄາມ, ວັນທີ 24/11/2025.
  (ພາບ: REUTERS/Dawoud Abu Alkas)

ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງໄດ້ມີຜົນສັກສິດ, ບາດເຈັບລົ້ມຕາຍຍ້ອນສົງຄາມຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ. ແຈ້ງການໄດ້ປະກາດໃນວັນທີ  29 ພະຈິກ ຂອງກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນ 2 ປີປາຍເກີດສົງຄາມຢູ່ເຂດ ກາຊາ ໄດ້ຂຶ້ນເຖິງ 70.100 ຄົນ, ສູງກວ່າຫຼາຍເມື່ອທຽບໃສ່ບັນດາການຕີລາຄາ ຂອງວົງການນັກວິໄຈໃນຈຸດເວລາເກີດການປະທະກັນໃນເບື້ອງຕົ້ນເມື່ອເດືອນ ຕຸລາ 2023. ໃນນັ້ນ, ພຽງແຕ່ໃນ 1 ເດືອນຢຸດຍິງຜ່ານມາ, ທົ່ວເຂດ ກາຊາ ຮັບຮູ້ມີຜູ້ເສຍຊີວິດ 354 ຄົນ, ລ້ວນແຕ່ເປັນຜູ້ປະສົບເຄາະຮ້າຍໃນບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ກໍ່ຂຶ້ນ.

ເຖິງຢ່າງໃດກໍຕາມ, ໃນແຈ້ງການບໍ່ໄດ້ເຕື້ອງເຖິງຈຳນວນຜູ້ຖືກບາດເຈັບທັງໝົດ ກໍຄືອັດຕາສາມັນຊົນໃນຈຳນວນຜູ້ບາດເຈັບ ແລະ ເສຍຊີວິດດັ່ງກ່າວ.

ນັກຂ່າວ VOV  ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.