ຂ່າວເດັ່ນ

ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ ຂຶ້ນ​ຢູ່ ກູ​ບາ, ລາວ, ລັດ​ເຊຍ, ເຢຍ​ລະ​ມັນ

ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ ຂຶ້ນ​ຢູ່ ກູ​ບາ, ລາວ, ລັດ​ເຊຍ, ເຢຍ​ລະ​ມັນ

(VOVWORLD) - ວັນທີ 17 ພຶດສະພາ, ຢູ່ ກູບາ, ລາວ, ລັດເຊຍ ແລະ ເຢຍລະມັນ ມີຫຼາຍກິດຈະກຳຖືກຈັດຂຶ້ນ ແນໃສ່ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 134 ປີ (19/05/1890 – 19/05/2024).

ພິທີວາງພວງມາລາ ຢູ່ສວນສາທາລະນະ ປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ La Habana (ພາບ: TTXVN)

  ຢູ່ ກູບາ, ສະຖາບັນ ກູບາ ມິດຕະພາບກັບບັນດາຊົນຊາດ (ICAP) ແລະ ສະຖານທູດ ຫວຽດນາມ ປະຈຳ ກູບາ ໄດ້ຈັດພິທີວາງພວງມາລາ ຢູ່ສວນສາທາລະນະ ປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ La Habana. ທີ່ພິທີ, ທ່ານ Ruvislei Gonazalez Saez ຮອງປະທານສະມາຄົມມິດຕະພາບ ກູບາ - ຫວຽດນາມ ຢັ້ງຢືນວ່າ ແນວຄິດອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ໜຶ່ງໃນບັນດາການນຳຜູ້ສຳຄັນທີ່ສຸດຂອງສະຕະວັດທີ 20, ຍັງຝັງເລິກຢູ່ໃນຈິດສຳນຶກຂອງປະຊາຊົນ ຫວຽດນາມ 100 ລ້ານຄົນ ແລະ ນັກປະຕິວັດທຸກຄົນໃນໂລກ. ທ່ານ Gonazalez Saez ກໍຍ້ອງຍໍສັນລະເສີນປະທານ ໂຮ່ຈີມິນ ຜູ້ມີວິໄສທັດອັນກວ້າງໄກ, ນັກປະຕິວັດຜູ້ຍິ່ງໃຫຍ່ ທີ່ໄດ້ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍເພື່ອພາລະກິດອັນດີງາມທີ່ສຸດຂອງ ຫວຽດນາມ ແລະ ມວນມະນຸດ.

ຫຼາຍກິດຈະກຳແຂ່ງຂັນ  ໄດ້ຈັດຂຶ້ນຢູ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (ພາບ: VOV)

        ຢູ່ລາວ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຕັ້ງຢູ່ນະຄອນຫຼວງ ວຽງຈັນ ກໍຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ເຊັ່ນດຽວກັນ. ກ່ອນໜ້ານັ້ນ, ໂຮງຮຽນດັ່ງກ່າວກໍໄດ້ຈັດຫຼາຍກິດຈະກຳແຂ່ງຂັນ ເພື່ອໃຫ້ພວກນ້ອງນັກຮຽນມີໂອກາດຊອກຮູ້ກ່ຽວກັບຊີວະປະຫວັດ ແລະ ໄລຍະເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ.

        ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈີມິນ ເຊັ່ນດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.