ຂ່າວເດັ່ນ

ຈັດການເຄື່ອນໄຫວຫຼາຍຢ່າງດ້ານວັດທະນະທຳ, ສີລະປະຊົມເຊີຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ

ຈັດການເຄື່ອນໄຫວຫຼາຍຢ່າງດ້ານວັດທະນະທຳ, ສີລະປະຊົມເຊີຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ

(VOVWORLD) - ລາຍການສະແດງສິລະປະໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ, ຂອບຂະໜາດໃໝ່ຂອງ ກວາງນິງ ໃນວິວັດທະນາການພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ.

ລາຍການສະແດງສິລະປະພິເສດ “ກວາງນິງ ຮ່ວມແຮງຮ່ວມໃຈ, ກ້າວເຂົ້າສູ່ອະນາຄົດຢ່າງໝັ້ນຄົງເຂັ້ມແຂງ”
(ພາບ: nhandan.vn)

        ຕອນຄ່ຳວັນທີ 01 ກໍລະກົດ, ຢູ່ແຂວງ ກວາງນິງ ໄດ້ຈັດລາຍການສະແດງສິລະປະພິເສດ “ກວາງນິງ ຮ່ວມແຮງຮ່ວມໃຈ, ກ້າວເຂົ້າສູ່ອະນາຄົດຢ່າງໝັ້ນຄົງເຂັ້ມແຂງ” ເນື່ອງໃນໂອກາດປະກາດບັນດາມະຕິ, ຂໍ້ຕົກລົງຂອງສູນກາງ ແລະ ຂອງແຂວງກ່ຽວກັບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ. ລາຍການສະແດງສິລະປະໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ, ຂອບຂະໜາດໃໝ່ຂອງ ກວາງນິງ ໃນວິວັດທະນາການພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ.

        ເຂົ້າຮ່ວມລາຍການ, ເອື້ອຍ ດ່າວທິລານ (ຢູ່ແຂວງ ກວາງນິງ), ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນກ່ຽວກັບອຳນາດການປົກຄອງ 2 ຂັ້ນ. ໃນມື້ນີ້ໄດ້ຮັບຊົມການຍິງບັ້ງໄຟດອກແມ່ນພາກພູມໃຈຫຼາຍ. 2 – 3 ມື້ນີ້, ບັນຍາກາດແມ່ນເບີກບ່ານມ່ວນຊື່ທີ່ສຸດ. ອຳນາດການປົກຄອງ 2 ຂັ້ນລ້ວນແຕ່ມຸ່ງໄປເຖິງເປົ້າໝາຍແມ່ນຊ່ວຍໃຫ້ປະຊາຊົນກ້າວຂຶ້ນ, ການດຳລົງຊີວິດຂອງປະຊາຊົນຈະມີສະຖຽນລະພາບ”.

        ແລະກໍ່ໃນຕອນຄ່ຳວັນທີ 01 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ໄດ້ຈັດລາຍການສະແດງສິລະປະ ດ້ວຍຫົວຂໍ້ “ເລິມດົ່ງ ມິດຈິດມິດໃຈ, ບືນຕົວຂຶ້ນສ້າງອະນາຄົດແສງສະຫວ່າງ” ເພື່ອຕ້ອນຮັບການສ້າງຕັ້ງແຂວງ ເລິມດົ່ງໃໝ່ (ເລິມດົ່ງ, ບິ່ງທ້ວນ ແລະ ດັກນົງ).

This site is protected by reCAPTCHA and the Google Privacy Policy and Terms of Service apply.