ຂ່າວເດັ່ນ

ຈີນ: ຈຸ​ບິນ​ອາ​ວະ​ກາດ ເສີນ​ເຈົາ 20 ກັບ​ຄືນ​ສູ່​ໜ່ວຍ​ໂລກ

ຈີນ: ຈຸ​ບິນ​ອາ​ວະ​ກາດ ເສີນ​ເຈົາ 20 ກັບ​ຄືນ​ສູ່​ໜ່ວຍ​ໂລກ

(VOVWORLD) - ຈຸບິນອາວະກາດ ເສີນເຈົາ 20, ລວມມີນັກບິນ 3 ທ່ານ, ເຊັ່ນ: ຈັນຕຸງ, ຈັນຈຸງໄຣ້ ແລະ ຫວາງເຈັຍ, ໄດ້ບິນຂຶ້ນວົງໂຄຈອນແຕ່ເດືອນເມສາປີ 2025.

 ບັນດານັກບິນຂອງຍານອາວະກາດ ເສີນເຈົາ 20  (ພາບ:  CCTV/REUTERS)

ຕາມຂໍ້ມູນຂ່າວຈາກສື່ມວນຊົນ ຈີນ ແລ້ວ, ບັນດານັກບິນຂອງຍານອາວະກາດ ເສີນເຈົາ 20 ແລະ ເສີນເຈົາ 21 ໄດ້ປະຕິບັດພິທີມອບ - ຮັບ ຢູ່ສະຖານີຍານອາວະກາດ ແທນກຸງ ໃນວັນທີ 4 ພະຈິກຢ່າງເປັນທາງການ. ເຫດການດັ່ງກ່າວໄດ້ສ້າງຂີດໝາຍດ້ວຍພິທີມອບ-ຮັບຂໍ້ກຸນແຈສະຖານີອາວະກາດ, ເປັນສັນຍາລັກໃຫ້ແກ່ການມອບໂອນຄວາມຮັບຜິດຊອບບໍລິຫານ ແລະ ບຳລຸງຮັກສາສະຖານີອາວະກາດ.

ຈຸບິນອາວະກາດ ເສີນເຈົາ 20, ລວມມີນັກບິນ 3 ທ່ານ, ເຊັ່ນ: ຈັນຕຸງ, ຈັນຈຸງໄຣ້ ແລະ ຫວາງເຈັຍ, ໄດ້ບິນຂຶ້ນວົງໂຄຈອນແຕ່ເດືອນເມສາປີ 2025. ໄລ່ຮອດຈຸດເວລາປັດຈຸບັນ, ເຂົາເຈົ້າໄດ້ດຳລົງຊີວິດ ແລະ ເຮັດວຽກຢ່າງລຽນຕິດຢູ່ສະຖານີອາວະກາດໃນຕະຫຼອດໄລຍະ 180 ວັນ, ປະຕິບັດສຳເລັດໜ້າທີ່ຄົ້ນຄວ້າ ແລະ ບໍລິຫານທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີທີ່ສຸດ.

ຕາມແຜນການແລ້ວ, ຈຸບິນອາວະກາດດັ່ງກ່າວ ຈະອອກຈາກສະຖານີອາວະກາດ ແລະ ຂຶ້ນຍານອາວະກາດ ເສີນເຈົາ 20 ເພື່ອກັບຄືນສູ່ໜ່ວຍໂລກໃນວັນທີ 5 ພະຈິກ.

ນັກຂ່າວ VOV ປະຈຳ ຈີນ


 

This site is protected by reCAPTCHA and the Google Privacy Policy and Terms of Service apply.