ຂ່າວເດັ່ນ

ຈີນ​ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເບື້ອງ​ຕົ້ນ​ກ່ຽວ​ກັບ ພາ​ສີ

ຈີນ​ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເບື້ອງ​ຕົ້ນ​ກ່ຽວ​ກັບ ພາ​ສີ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຈີນ He Lifeng ໄດ້ພົບປະກັບທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ແລະ ຜູ້ຕາງໜ້າທາງການຄ້າ Jamieson Greer ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຢູ່ Kuala Lumpur.

ພາບປະກອບ: KEYSTONE/EDA/Martial Trezzini/REUTERS

ວັນທີ 26 ຕຸລາ, ຈີນ ແລະ ອາເມລິກາ ໄດ້ສິ້ນສຸດຮອບເຈລະຈາຄັ້ງໃໝ່ ຢູ່ນະຄອນຫຼວງ Kuala Lumpur, ມາເລເຊຍ. ປັກກິ່ງ ໃຫ້ຮູ້ວ່າສອງປະເທດບັນລຸໄດ້ຄວາມເຫັນດີເຫັນພ້ອມເບື້ອງຕົ້ນ ກ່ຽວກັບ ບັນດາບັນຫາ, ລວມມີການຕໍ່ກຳນົດພາສີອາກອນ, fentanyl ແລະ ການຄວບຄຸມການສົ່ງອອກ. ທ່ານຮອງນາຍົກລັດຖະມົນຕີ ຈີນ He Lifeng ໄດ້ພົບປະກັບທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ແລະ ຜູ້ຕາງໜ້າທາງການຄ້າ Jamieson Greer ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຢູ່ Kuala Lumpur. ຕາມຂໍ້ມູນໄດ້ຮັບຈາກຝ່າຍ ຈີນ ແລ້ວ, ສອງຝ່າຍໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ມີລັກສະນະສ້າງສັນ ກ່ຽວກັບບັນດາບັນຫາເສດຖະກິດ - ການຄ້າ ສຳຄັນຕ່າງຝ່າຍຕ່າງມີຄວາມສົນໃຈ. ຈີນ ແລະ ອາເມລິກາ ເຫັນດີເປັນເອກະພາບຈະເສີມຂະຫຍາຍກົນໄກປຶກສາຫາລືເສດຖະກິດ - ການຄ້າສອງຝ່າຍ, ຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນກ່ຽວກັບບັນດາຄວາມສົນໃຈຂອງກັນ, ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ຂອງສອງປະເທດໃຫ້ມີການພັດທະນາຢ່າງໂປ່ງໃສ, ມີສະຖຽນລະພາບ ແລະ ຍືນຍົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.