ຂ່າວເດັ່ນ

ຈີນ ແລະ ອາ​ເມ​ລິ​ກາ ຄວນ​ເປັນ​ບັນ​ດາ​ຄ່​ູ​ຮ່ວມ​ມື​ພ້ອ​ມ​ກັນ​ພັດ​ທະ​ນາ

ຈີນ ແລະ ອາ​ເມ​ລິ​ກາ ຄວນ​ເປັນ​ບັນ​ດາ​ຄ່​ູ​ຮ່ວມ​ມື​ພ້ອ​ມ​ກັນ​ພັດ​ທະ​ນາ

(VOVWORLD) - ການຢ້ຽມຢາມຂອງຄະນະຜູ້ແທນສະພາຕ່ຳ ອາເມລິກາ ໄດ້ຮັບຖືວ່າແມ່ນບາດກ້າວເພື່ອເຊື່ອມຕໍ່ການພົວພັນລັດຖະສະພາ ລະຫວ່າງສອງປະເທດຄືນໃໝ່ ພາຍຫຼັງຖືກຂາດວັກຂາດຕອນເປັນໄລຍະຍາວ, ຂະນະທີ່ນີ້ແມ່ນຄະນະຜູ້ແທນສະພາຕ່ຳ ອາເມລິກາ ທຳອິດທີ່ມາຢ້ຽມຢາມ ຈີນນັບແຕ່ປີ 2019.

ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ ແລະ ທ່ານ Adam Smith ສະມາຊິກສະພາຕ່ຳ  ອາເມລິກາ
(ພາບ: Mahesh Kumar A./REUTERS)

ຕອນບ່າຍວັນທີ 21 ກັນຍາ,ຢູ່ນະຄອນຫຼວງ ປັກກິ່ງຂອງ ຈີນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສອງພັກ ໃນສະພາຕ່ຳ ອາເມລິກາ ໂດຍທ່ານ Adam Smith ສະມາຊິກສະພາຕ່ຳ ນຳໜ້າມາຢ້ຽມຢາມຈີນ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ ໄດ້ຢັ້ງຢືນວ່າການຮັກສາການພົວພັນ ຈີນ - ອາເມລິກາ ເປັນປົກກະຕິ, ປອດໄພ ແລະ ພັດທະນາແບບຍືນຍົງແມ່ນເໝາະສົມກັບຜົນປະໂຫຍດລວມຂອງສອງປະເທດ ແລະ ຄວາມຫວັງຂອງປະຊາຄົມສາກົນ. ຝ່າຍຈີນ ພ້ອມແລ້ວທີ່ຈະພ້ອມກັບອາເມລິກາ ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໃນສັນຕິພາບ, ຮ່ວມມືກັນເພື່ອໄຊຊະນະຂອງກັນ ແລະ ຫວັງວ່າ ຝ່າຍອາເມລິກາຈະຮ່ວມມືກັບຝ່າຍຈີນຢ່າງແໜ້ນແຟ້ນ, ພ້ອມກັນຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຖືກຕ້ອງຕາມວົງໂຄຈອນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ໂລກ. ການຢ້ຽມຢາມຂອງຄະນະຜູ້ແທນສະພາຕ່ຳ ອາເມລິກາ ໄດ້ຮັບຖືວ່າແມ່ນບາດກ້າວເພື່ອເຊື່ອມຕໍ່ການພົວພັນລັດຖະສະພາ ລະຫວ່າງສອງປະເທດຄືນໃໝ່ ພາຍຫຼັງຖືກຂາດວັກຂາດຕອນເປັນໄລຍະຍາວ, ຂະນະທີ່ນີ້ແມ່ນຄະນະຜູ້ແທນສະພາຕ່ຳ ອາເມລິກາ ທຳອິດທີ່ມາຢ້ຽມຢາມ ຈີນນັບແຕ່ປີ 2019.

This site is protected by reCAPTCHA and the Google Privacy Policy and Terms of Service apply.