ຂ່າວເດັ່ນ

ຈີນ ແລະ ອາ​ເມ​ລິ​ກາ ມີ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ ຢູ່ ສ​ປ​ຊ

ຈີນ ແລະ ອາ​ເມ​ລິ​ກາ ມີ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ ຢູ່ ສ​ປ​ຊ

(VOVWORLD) - ທ່ານນາງ Dorothy Shea, ຮັກສາການເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ ຈີນ ຢຸດຕິການສົ່ງອອກບັນດາສິນຄ້າທີ່ສາມາດຮັບໃຊ້ທັງເປົ້າໝາຍພົນລະເຮືອນ ແລະ ການທະຫານ ໃຫ້ແກ່ ລັດເຊຍ.

  ວັນທີ 25 ກໍລະກົດ, ຢູ່ສຳນັກງານ ສປຊ ທີ່ນະຄອນ ນິວຢອກ ປະເທດ ອາເມລິກາ, ຈີນ ແລະ ອາເມລິກາ ມີການໂຕ້ຖຽງກັນກ່ຽວຂ້ອງເຖິງສະພາບການປະປະກັນຢູ່ ຢູແກຼນ. ນີ້ແມ່ນໜຶ່ງໃນບັນດາວາລະປະຊຸມທີ່ເກີດຄວາມເຄັ່ງຕຶງທີ່ສຸດຂອງສະພາຄວາມໝັ້ນຄົງ ສປຊ ນັບແຕ່ຕົ້ນປີມາຮອດປະຈຸບັນ.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງ Dorothy Shea, ຮັກສາການເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ ຈີນ ຢຸດຕິການສົ່ງອອກບັນດາສິນຄ້າທີ່ສາມາດຮັບໃຊ້ທັງເປົ້າໝາຍພົນລະເຮືອນ ແລະ ການທະຫານ ໃຫ້ແກ່ ລັດເຊຍ.

ຫຼັງຈາກນັ້ນ, ທ່ານຮອງຜູ້ຕາງໜ້າ ຈີນ ປະຈຳ ສປຊ ໄດ້ປະຕິເສດບັນດາຄຳກ່າວຫາຂອງ ອາເມລິກາ ແລະ ຖະແຫຼງວ່າ ຈີນ ບໍ່ແມ່ນຝ່າຍກໍ່ໃຫ້ເກີດວະກິດການ ຢູແກຼນ ກໍ່ຄືບໍ່ໄດ້ໄປນຳຝ່າຍໃດໃນການປະທະກັນ./.

      

 

This site is protected by reCAPTCHA and the Google Privacy Policy and Terms of Service apply.