ຂ່າວເດັ່ນ

ຈີນ ແລະ ອີ​ຢິ ເຫັນ​ດີ​ເປັນ​ເອ​ກະ​ພາບຕໍ່​ວິ​ວັດ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກ່ຽວ​ກັບ​ລົດ​ໄຟ​ຟ້າ

ຈີນ ແລະ ອີ​ຢິ ເຫັນ​ດີ​ເປັນ​ເອ​ກະ​ພາບຕໍ່​ວິ​ວັດ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກ່ຽວ​ກັບ​ລົດ​ໄຟ​ຟ້າ

(VOVWORLD) - 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບາດກ້າວເດີນ ເພື່ອແນໃສ່ມຸ່ງໄປເຖິງແກ້ໄຂຄວາມຂັດແຍ້ງກັນທີ່ກ່ຽວຂ້ອງເຖິງເລື່ອງ EU ຈັດວາງພາສີຕ້ານການອຸດໜູນໃຫ້ແກ່ລົດໄຟຟ້າ (EV) ທີ່ຜະລິດຢູ່ ຈີນ.

ລົດໄຟຟ້າຜະລິດຢູ່ ຈີນ

ວັນທີ 12 ມັງກອນ, ຈີນ ແລະ ສະຫະພາບເອີຣົບ (EU) ໃຫ້ຮູ້ວ່າ 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບາດກ້າວເດີນ ເພື່ອແນໃສ່ມຸ່ງໄປເຖິງແກ້ໄຂຄວາມຂັດແຍ້ງກັນທີ່ກ່ຽວຂ້ອງເຖິງເລື່ອງ EU ຈັດວາງພາສີຕ້ານການອຸດໜູນໃຫ້ແກ່ລົດໄຟຟ້າ (EV) ທີ່ຜະລິດຢູ່ ຈີນ. ສອງຝ່າຍເຫັນດີຕໍ່ຄວາມຈຳເປັນປະກາດໃຊ້ຄຳແນະນຳລວມສຳລັບຄຳໝັ້ນສັນຍາກ່ຽວກັບລາຄາ ຕໍ່ກັບບັນດາວິສາຫະກິດ ຈີນ ທີ່ສົ່ງອອກລົດໄຟຟ້າ ຂົນສົ່ງຜູ້ໂດຍສານ ແລ່ນດ້ວຍຖ່ານໄຟ ໄປຍັງ EU.  ຄະນະກຳມະການເອີຣົບ ໄດ້ປະກາດໃຊ້ໜັງສືແນະນຳກ່ຽວກັບການຍື່ນຂໍ້ສະເໜີຄຳໝັ້ນສັນຍາກ່ຽວກັບລາຄາ, ໃນນັ້ນ ຊີ້ແຈ້ງບັນດາເນື້ອໃນທີ່ຕ້ອງພິຈາລະຈາ ເຊັ່ນ ລະດັບລາຄານຳເຂົ້າຕ່ຳສຸດ, ຊ່ອງທາງຂາຍເຄື່ອງ, ກົນໄກຊົດເຊີຍ, ກໍຄືບັນດາແຜນການລົງທຶນໃນອະນາຄົດຢູ່ EU. ຄະນະກຳມະການ ເອີຣົບ ຢັ້ງຢືນວ່າ ຈະຕີລາຄາແຕ່ລະຂໍ້ສະເໜີຢ່າງພາວະວິໄສ, ຍຸຕິທຳ, ບໍ່ມີການຈຳແນກການປະພຶດ ແລະ ປະຕິບັດບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO).


This site is protected by reCAPTCHA and the Google Privacy Policy and Terms of Service apply.