ຂ່າວເດັ່ນ

ຈີນ ແລະ ລັດເຊຍ ຮຽກຮ້ອງມາດຕະການແກ້ໄຂດ້ານການເມືອງໃຫ້ແກ່ການປະທະກັນຢູ່ຕາເວັນອອກກາງ

[VOVWORLD] - ໃນສະພາບການປະທະກັນຢູ່ ຕາເວັນອອກກາງ ຍັງບໍ່ທັນມີສັນຍານຫຼຸດລົງນັ້ນ, ມາດຕະການແກ້ໄຂພື້ນຖານສຳລັບບັນຫາຄວາມໝັ້ນຄົງໃນການເດີນເຮືອຢູ່ຊ່ອງແຄບທະເລ Hormuz ແມ່ນຕ້ອງບັນລຸໄດ້ຄຳສັ່ງຢຸດຍິງ ແລະ ຢຸດຕິການປະທະກັນໂດຍໄວ.

        ໃນ​ສະ​ພາບ​ການ​ປ​ະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ສືບ​ຕໍ່​ເພີ່ມ​ຂຶ້​ນ, ວັນ​ທີ 05 ເມ​ສາ, ທ່ານ ວາງ​ອີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Sergei Lavrov ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ. 2 ຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ ໃນ​ຖາ​ນະເປັນ​ຜູ​້​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ປະ​ຊາ​ຊາດ, ຈີນ ແລະ ລັດ​ເຊຍ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຍຸ​ຕິ​ທຳ, ພາ​ວະ​ວິ​ໄສ​ໃນ​ບັນ​ດາ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ຫຼັກ​ການ.

        ຕາມ​ທ່ານ​ລັດ​ຖະ​ມົນ​ຕີ ວາງ​ອີ ແລ້ວ, ໃນ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ຍັງ​ບໍ່​ທັນ​ມີ​ສັນ​ຍານ​ຫຼຸດ​ລົງນັ້ນ, ມາດ​ຕະ​ການ​ແກ້​ໄຂ​ພື້ນ​ຖານ​ສຳ​ລ​ັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ​ຢູ່​​ຊ່ອງ​ແຄບທະ​ເລ Hormuz ແມ່ນ​ຕ້ອງ​ບັນ​ລຸ​ໄດ້​ຄຳ​ສັ່ງ​ຢ​ຸດ​ຍິງ ແລະ ຢຸ​ດ​ຕິ​ການ​ປະ​ທະ​ກັນໂດຍ​ໄວ. ທ່ານກໍ່​ໃຫ້​ຮູ້​ວ່າ ປະ​ເທດນີ້​ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ສົມ​ທ​ົບ​ກັບ​ ລັດ​ເຊຍ ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ຮັກ​ສາ​ການ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ຢ່າງ​ທັນ​ການ, ປະ​ກອບ​ສ່ວນ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ, ປົ​ກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ກໍ​ຄື​ຄວາມ​ໝັ້​ນ​ຄົງ​ລວມ​ຂອງ​ທົ່ວ​ໂລກ.

        ສ່ວນ​ຝ່າຍ ລັດ​ເຊຍ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Sergei Lavrov ຢືນ​ຢັນ​ວ່າ ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ລັດ​ເຊຍ ພ້ອມ​ແລ້ວ​​ທີ່ຈະ​ສົມ​ທົບ​ກັບ ຈີນ ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມຢ​ຸດ​ຍິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.