ຂ່າວເດັ່ນ

ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາ ສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງສະໜັບສະໜູນ ອາຊຽນ

ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາ ສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງສະໜັບສະໜູນ ອາຊຽນ

(VOVWORLD) - ວັນທີ 17 ພຶດສະພາ, ກອງປະຊຸມຄັ້ງທີ 10 ຄະນະກຳມະການບັນດາຜູ້ຕາງໜ້າປະຈຳສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ເອກອັກຄະລັດຖະທູດ 3 ປະເທດຄູ່ຮ່ວມມືໃນຂອບເຂດ ອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ໄດ້ດຳເນີນຢູ່ສະນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫລວງ ຈາກາຕາ ຂອງ ອິນໂດເນເຊຍ.

 ທີ່ກອງປະຊຸມ (ພາບ: ອິນເຕີແນັດ)

ທີ່ກອງປະຊຸມ, ບັນດາປະເທດໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມື ອາຊຽນ +3 ສຳລັບການພັດທະນາ, ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນຢູ່ພາກພື້ນ ອາຊີຕາເວັນອອກ. ບັນດາປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງສະໜັບສະໜູນ ອາຊຽນ ກໍ່ສ້າງປະຊາຄົມ, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ສຳເລັດ, ຮັດແຄບໄລຍະຫ່າງການພັດທະນາ ໂດຍຜ່ານການຜັນຂະຫຍາຍຂໍ້ລິເລີ່ມການເຊື່ອມໂຍງ ອາຊຽນ ແລະ ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ 2015…

This site is protected by reCAPTCHA and the Google Privacy Policy and Terms of Service apply.