ຂ່າວເດັ່ນ

ຈີນ ຮຽກ​ຮ້ອງ ອາ​ເມ​ລິ​ກາ ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ນັກ​ສຶ​ກ​ສາ​ສາ​ກົນ

ຈີນ ຮຽກ​ຮ້ອງ ອາ​ເມ​ລິ​ກາ ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ນັກ​ສຶ​ກ​ສາ​ສາ​ກົນ

(VOVWORLD) - ທ່ານນາງ ໝາວໜິງ ໃຫ້ຮູ້ວ່າ ຈີນ ຮຽກຮ້ອງ ອາເມລິກາ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ນັກສຶກສາສາກົນ, ໃນນັ້ນ ມີນັກສຶກສາ ຈີນ ໃຫ້ຖືກຕ້ອງຕາມກົດໝາຍ.

ວັນທີ 28 ພຶດສະພາ, ໂຄສົກກະຊວງການຕ່າງປະເທດ ຈີນ, ທ່ານນາງ ໝາວໜິງ ໃຫ້ຮູ້ວ່າ ຈີນ ຮຽກຮ້ອງ ອາເມລິກາ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ນັກສຶກສາສາກົນ, ໃນນັ້ນ ມີນັກສຶກສາ ຈີນ ໃຫ້ຖືກຕ້ອງຕາມກົດໝາຍ.

        ຖະແຫຼງການໄດ້ຍົກອອກມາໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຈີນ ເພື່ອແນໃສ່ຄັດຄ້ານຂໍ້ມູນທີ່ເຜີຍໃຫ້ຮູ້ວ່າ ອາເມລິກາ ຮຽກຮ້ອງສະຖານທູດ ແລະ ສະຖານກົງສູນໃນທົ່ວໂລກຢຸດຕິການອອກວີຊາໃຫ້ແກ່ນັກສຶກສາຕ່າງປະເທດ. ທ່ານນາງ ໝາວໜິງ ເນັ້ນໜັກວ່າ ຈີນ ຍາມໃດກໍຖືວ່າ ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດການສຶກສາ ແລະ ແລກປ່ຽນວິຊາການເປັນປະຈຳ ບໍ່ຄວນຖືກກີດກັ້ນ ຫຼື ຂາດວັກຂາດຕອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.