ຂ່າວເດັ່ນ

ຈີນ ຍົກເວັ້ນພາສີໃຫ້ 53 ປະເທດ ອາຟະລິກາ ແຕ່ເດືອນ ພຶດສະພາ

ຈີນ ຍົກເວັ້ນພາສີໃຫ້ 53 ປະເທດ ອາຟະລິກາ ແຕ່ເດືອນ ພຶດສະພາ

(VOVWORLD) - ຈີນ ຢືດໝັ້ນໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບໂລກ, ຊຸກຍູ້ການພັດທະນາລວມ ແລະ ສ້າງປະຊາຄົມແບ່ງປັນອະນາຄົດ.

(ພາບປະກອບ: REUTERS)

ໃນສານທີ່ສົ່ງໄປອວຍພອນກອງປະຊຸມສຸດຍອດສະຫະພາບ ອາຟະລິກາ ຄັ້ງທີ 39 ທີ່ຈັດຂຶ້ນຢູ່ Addis Ababa, Ethiopia, ວັນທີ 14 ກຸມພາ, ທ່ານ ສິຈິ້ນຜິ້ງ, ເລຂາທິການໃຫຍ່, ປະທານປະເທດ ຈີນ ຖະແຫຼງວ່າ ແຕ່ວັນທີ 01 ພຶດສະພາ, ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີສຳລັບ 53 ປະເທດ ອາຟະລິກາ ທີ່ມີການພົວພັນການທູດກັບປະເທດນີ້. ພ້ອມກັນນັ້ນ, ຈີນ ກໍ່ຈະສືບຕໍ່ຊຸກຍູ້ການລົງນາມສັນຍາຄູ່ຮ່ວມມືເສດຖະກິດຮ່ວມ ແລະ ເປີດກວ້າງຄວາມສາມາດເຂົ້າເຖິງຕະຫຼາດໃຫ້ແກ່ບັນດາຜະລິດຕະພັນນຳເຂົ້າຂອງ ອາຟະລິກາ ສົ່ງໄປ ຈີນ ຜ່ານການຍົກລະດັບ “ເສັ້ນທາງສີຂຽວ” ຕື່ມອີກ.

ກໍ່ໃນສານສົ່ງເຖິງກອງປະຊຸມ, ທ່ານ ສີຈິ້ນຜິ້ງ ເນັ້ນໜັກວ່າ ຕໍ່ໜ້າສະພາບການສາກົນທີ່ສັບສົນ ແລະ ຂາດສະຖຽນລະພາບ, ຈີນ ຢືດໝັ້ນໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບໂລກ, ຊຸກຍູ້ການພັດທະນາລວມ ແລະ ສ້າງປະຊາຄົມແບ່ງປັນອະນາຄົດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.