ຂ່າວເດັ່ນ

ຈີນ ປະກາດປື້ມປົກຂາວກ່ຽວກັບຄວາມໝັ້ນຄົງແຫ່ງຊາດ

ຈີນ ປະກາດປື້ມປົກຂາວກ່ຽວກັບຄວາມໝັ້ນຄົງແຫ່ງຊາດ

(VOVWORLD) - ປື້ມປົກຂາວ ລວມມີ 6 ເນື້ອໃນຫລັກ, ໃນນັ້ນ ເຮັດແຈ້ງວິທີສຳຜັດສ່ວນລວມຂອງຈີນ ໃນບັນຫາຄວາມໝັ້ນຄົງແຫ່ງຊາດ.

ວັນທີ 12 ພຶດສະພາ, ຈີນໄດ້ປະກາດປື້ມປົກຂາວ ກ່ຽວກັບຄວາມໝັ້ນຄົງແຫ່ງຊາດໃນໄລຍະໃຫມ່ ໂດຍເນັ້ນຫນັກຢ່າງແຮງເຖິງວິທີການສຳຜັດສ່ວນລວມທີ່ມີລັກສະນະເອກະລັກພິເສດຂອງຈີນ ເພື່ອແນໃສ່ຮັກສາສະຖຽນລະພາບໃນສະພາວະໂລກມີການຜັນແປຫລາຍຢ່າງ ພ້ອມທັງຊຸກຍູ້ການປ້ອງກັນຄວາມສະຫງົບຕິດພັນກັບການພັດທະນາ ຄືດັ່ງເສົາຄ້ຳຂອງການຫັນປະເທດຊາດເປັນປະເທດທັນສະໄຫມ.

ປື້ມປົກຂາວ ລວມມີ 6 ເນື້ອໃນຫລັກ, ໃນນັ້ນ ເຮັດແຈ້ງວິທີສຳຜັດສ່ວນລວມຂອງຈີນ ໃນບັນຫາຄວາມໝັ້ນຄົງແຫ່ງຊາດ. ວິທີສຳຜັດນີ້ໄດ້ຮັບການຕີລາຄາວ່າ ແມ່ນຈິນຕະນາການຍຸດທະສາດໃຫຍ່ທຳອິດໃນຂົງເຂດຄວາມໝັ້ນຄົງ ນັບແຕ່ເມື່ອສະຖາປະນາ ປະເທດ ສປ ຈີນ ແລະ ແມ່ນຫລັກການຊີ້ນຳຢ່າງລຸລ່ວງທຸກຄວາມມານະພະຍາຍາມຮັບປະກັນຄວາມໝັ້ນຄົງຂອງຈີນໃນສັງກາດໃຫມ່. ປື້ມປົກຂາວຢັ້ງຢືນ ໃນສະພາບການໂລກທີ່ພວມມີການຜັນແປຫລາຍຢ່າງທີ່ບໍ່ເຄີຍມີມາກ່ອນໃນສັດຕະວັດຫນຶ່ງ,ຈີນ ຍັງຄົງສືບຕໍ່ຮັກສາສະຖຽນລະພາບສ່ວນລວມ ແລະ ຄວາມກ້າວຫນ້າອັນໝັ້ນແກ່ນໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ.

 

 

 

This site is protected by reCAPTCHA and the Google Privacy Policy and Terms of Service apply.